06:49 | 18/01/2020

ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ

ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ

ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ (ພາບ: baoquocte.vn)

ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ສະແດງຄວາມສະໜັບສະໜູນ, ພ້ອມທັງຖືວ່າ: ຫົວຂໍ້ ແລະ ການກຳນົດທິດບຸລິມະສິດ ເຊິ່ງ ຫວຽດນາມ ສະເໜີໃຫ້ ອາຊຽນ 2020 ແມ່ນເໝາະສົມກັບເປົ້າໝາຍຊອດທະລຸຂອງວິວັດທະນາການກໍ່ສ້າງປະຊາຄົມອາຊຽນ, ແມ່ນສືບທອດຄວາມມານະພະຍາຍາມຂອງບັນດາປະທານຊຸດກ່ອນ. ບັນດາປະເທດໄດ້ເຫັນດີເປັນເອກະພາບຕໍ່ການສະເໜີຂອງ ຫວຽດນາມ ກ່ຽວກັບແຜນການເຄື່ອນໄຫວຂອງ ອາຊຽນ ໃນປີ. ກ່ຽວກັບການພົວພັນຕ່າງປະເທດ, ບັນດາປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເປີດກ້ວາງ ແລະ ເຮັດໃຫ້ການພົວພັນຕ່າງປະເທດຂອງ ອາຊຽນ ເລິກເຊິ່ງຕື່ມອີກ. ບັນດາລັດຖະມົນຕີໄດ້ສະຫງວນເວລາເພື່ອແລກປ່ຽນກ່ຽວກັບສະພາບທະເລຕາເວັນອອກ. ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ເປັນປະທານກອງປະຊຸມຂ່າວສາກົນປະກາດໝາກຜົນ AMM Retreat.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

Link: https://huunghivietlao.thoidai.com.vn/detail-article-337.html

In bài biết