09:05 | 30/07/2019

ຄະນະກໍາມະທິການແຜນການ, ການເງິນ ແລະການກວດສອບຂອງສະພາແຫ່ງຊາດລາວ ໄດ້ວາງດອກໄມ້ຢູ່ສະໜາມຫຼວງ ໂຮຈິມິນ

ຝ່າຍແຂວງເງະອານ ມີທ່ານ ຫງວຽນດັ໊ກວີງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ; ຜູ້ຕາງໜ້າການນໍາຄະນະກໍາມະການປະຊາຊົນແຂວງ, ຄະນະຜູ້ແທນສະພາແຫ່ງຊາດແຂວງ, ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ.

ຄະນະກໍາມະທິການແຜນການ, ການເງິນ ແລະການກວດສອບຂອງສະພາແຫ່ງຊາດລາວ ໄດ້ວາງດອກໄມ້ຢູ່ສະໜາມຫຼວງ ໂຮຈິມິນ

ບັນດາຜູ້ແທນທຳພິທີຖະຫວາຍດອກໄມ້ຕໍ່ອະນຸສາວະລີປະທານໂຮ່ຈີມິນ. (ພາບ: baonghean.vn)

ທີ່ສະໜາມຫຼວງໂຮ່ຈີມິນ, ໃນບັນຍາກາດທີ່ສັກກາລະບູຊາ, ເຄົາລົບນັບຖື, ບັນດາການນໍາຄະນະກໍາມະທິການແຜນການ, ການ​ເງິນ ​ແລະການກວດ​ສອບຂອງສະພາແຫ່ງຊາດລາວ ແລະແຂວງເງະອານ ໄດ້ຖະຫວາຍດອກໄມ້ຕໍ່ອະນຸສາວະລີປະທານ ໂຮ່ຈີມິນ.

ຄະນະປະຕິບັດງານໄດ້ສະແດງຄວາມຮູ້ບຸນຄຸນ ແລະຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ແນວຄິດອັນຍິ່ງໃຫຍ່ ແລະຊີວິດອັນສູງສົ່ງຂອງປະທານ ໂຮ່ຈີມິນ - ຜູ້ນໍາທີ່ປີຊາສາມາດຂອງການປະຕິວັດຫວຽດນາມ, ວິລະຊົນປົດປ່ອຍຊາດ, ນັກວັດທະນະທໍາທີ່ດີເລີດ. ຜູ້ໄດ້ສ້າງພື້ນຖານໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ.

ຄະນະກໍາມະທິການແຜນການ, ການເງິນ ແລະການກວດສອບຂອງສະພາແຫ່ງຊາດລາວ ໄດ້ວາງດອກໄມ້ຢູ່ສະໜາມຫຼວງ ໂຮຈິມິນ

ທ່ານ ຫງວຽນດັ໊ກວີງ ແລະຄະນະປະຕິບັດງານສະພາແຫ່ງຊາດລາວ ພ້ອມກັນຖະຫວາຍດອກໄມ້ທີ່ສະໜາມຫຼວງໂຮ່ຈີມິນ. (ພາບ: baonghean.vn)

ຄະນະປະຕິບັດງານສະພາແຫ່ງຊາດລາວ ແລະການນໍາແຂວງເງະອານໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມພູນຄູນສ້າງ, ປັບປຸງ ແລະພັດທະນານໍ້າໃຈສາມັກຄີມິດຕະພາບ, ສັດຊື່ບໍລິສຸດ, ການຮ່ວມມືຮອບດ້ານລະຫວ່າງແຂວງເງະອານ-ລາວ ເວົ້າສະເພາະ ແລະ ຫວຽດນາມ-ລາວ ເວົ້າລວມ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-3364.html

In bài biết