16:19 | 30/07/2019

ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ ອວຍພອນຫົວໜ້າກົມໃຫຍ່ການເມືອງກອງທັບ ສປປ ລາວ.

ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ຫງ້ຽນ ດາຍ ໂຮ້ຍ ໄດ້ ຕາງໜ້າໃຫ້ຄະນະນຳກະຊວງ ປ້ອງກັນປະເທດຫວຽດນາມ ໄດ້ ນໍາເອົາຄໍາອວຍພອນອັນອົບອຸ່ນ ແລະ ໄມຕິຈິດມິດຕະພາບແກ່ສະ ຫາຍ ຫົວໜ້າກົມໃຫຍ່ການ ເມືອງກອງທັບ ຈົ່ງມີສຸຂະພາບ ເຂັ້ມແຂງ, ເຮັດສຳເລັດໜ້າທີ່ ອັນມີກຽດຂອງຕົນໃນໄລຍະໃໝ່.

ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ ອວຍພອນຫົວໜ້າກົມໃຫຍ່ການເມືອງກອງທັບ ສປປ ລາວ.

ສະຫາຍ ພົນຈັດຕະວາ ຫງ້ຽນ ດາຍ ໂຮ້ຍ ເຂົ້າອວຍພອນ ຫົວໜ້າກົມໃຫຍ່ການເມືອງກອງທັບ ສປປ ລາວ. (ພາບ: qdnd.vn)

ສະຫາຍ ພົນຈັດຕະວາ ຫງ້ຽນ ດາຍ ໂຮ້ຍ ສະແດງຄວາມຂອບໃຈ ຕໍ່ຄະນະນໍາກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບພ້ອມທັງອວຍພອນສາຍພົວພັນມິດຕະພາບ ລາວ-ຫວຽດນາມ ໝັ້ນຄົງທະນົງແກ່ນຕະຫຼອດໄປ. ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍໄດ້ກ່າວສະແດງຄວາມຂອບອົກຂອບໃຈຕໍ່ຄະນະຜູ້ແທນກອງທັບ ຫວຽດນາມ ທີ່ໄດ້ນໍາເອົາຄໍາອວຍ ພອນອັນອົບອຸ່ນ, ໄມຕີຈິດມິດຕະພາບມາອວຍພອນໃນຄັ້ງນີ້ພ້ອມທັງອວຍພອນໃຫ້ຄະນະຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສໍາເລັດໜ້າທີ່ວຽກງານ. ສືບຕໍ່ຮັກສາ ແລະ ເສີມຂະຫຍາຍໄມຕິຈິດມິດຕະພາບ ແລະ ການພົວພັນຮ່ວມມື ລາວ-ຫວຽດນາມ ໃຫ້ນັບມື້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-3359.html

In bài biết