12:02 | 21/07/2019

ການກວດພະຍາດ ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ບ້ານແດນສະຫວັນເກືອບ 400 ຄົນ

ການກວດພະຍາດ ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ບ້ານແດນສະຫວັນເກືອບ 400 ຄົນ

ຄ້າຍທະຫານປ້ອງກັນຊາຍແດນຂອງດ່ານສາກົນລາວບາວ (ກອງບັນຊາການທະຫານ ຊາຍແດນແຂວງກວ້າງຈິ) ແລະ ອົງການການກຸສົນ ຮາວແຊນ ໄດ້ມອບຂອງຂວັນໃຫ້ຄອບຄົວທີ່ທຸກຍາກໃນບ້ານ ແນດສະຫວັນ. (ພາບ: ຈຸກຮ່າ)

ນີ້ແມ່ນຫນຶ່ງໃນກິດຈະກໍາແນນອນຢູ່ໃນໂຄງການ ມິດຕະພາບ ຫວຽດນາມ - ລາວ ປີ 2019, ໄດ້ຈັດຂຶ້ນ ຢູ່ແຂວງ ກວ້າງຈິ ໃນທ້າຍເດືອນກໍລະກົດ, 2019. ເຂົ້າຮ່ວມການກວດສຸຂະພາບ, ໃຫ້ຄຳປຶກສາ ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າຄັ້ງນີ້ ມີແພດ, ໝໍ ຂື້ນກັບ ກົມພາລາ ທະຫານຊາຍແດນ ຫວຽດນາມ, ຫ້ອງການພາລທິການ ທະຫານຊາຍແດນແຂວງກວ້າງຈິ, ສູນການແພດ ເມືອງເຮືອງຫວ໋າ ແລະ ບັນດາແພດ, ໝໍ ຂອງເມືອງເຊໂປນ. ພາຍໃນ 1 ມື້ ຂອງການກວດສຸຂະພາບ, ໃຫ້ປະຊາຊົນເກືອບ 400 ເທື່ອຄົນ ໄດ້ຮັບການກວດສຸຂະພາບທົ່ວໄປ, ອັນຕຣາຊາວ, ກວດຫົວໃຈ, ໃຫ້ຄໍາປຶກສາ ແລະ ແຈກຢາປົວພະຍາດ ໂດຍບໍ່ເສຍຄ່າ, ເຊິ່ງມີມູນຄ່າຫຼາຍກວ່າ 30 ລ້ານດົ່ງ.

ການກວດພະຍາດ ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ບ້ານແດນສະຫວັນເກືອບ 400 ຄົນ

ແພດ, ຫມໍ ທະຫານຊາຍແດນຫວຽດນາມ ແລະ ສູນການແພດເມືອງເຊໂປນ ໄດ້ກວດພະຍາດໃຫ້ແກ່ພໍ່ແມ່ປະຊາຊົນ. (ພາບ: ຈຸກຮ່າ)

ການກວດພະຍາດ ແລະ ແຈກຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ ບ້ານແດນສະຫວັນເກືອບ 400 ຄົນ

ແຈກຢາປົວພະຍາດໃຫ້ປະຊາຊົນ ຊາວບ້ານບ້ານແດນສະຫວັນ. (ພາບ: ຈຸກຮ່າ)

ໂອກາດນີ້, ກອງບັນຊາການທະຫານຊາຍແດນ ຂອງແຂວງກວ້າງຈິ ໄດ້ປຸກລະດົມອົງການການກຸສົນ(ຕາແສງ ເຊີນເຕີຍ, ນະຄອນຫຼວງຮ່າໂນ້ຍ) ມອບຂອງຂັວນໃຫ້ແກ່ປະຊາຊົນຄອບຄົວທຸກຍາກ ຈຳຂວນ 50 ຊຸດ ມູນຄ່າ 25 ລ້ານດົ່ງ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3345.html

In bài biết