ກວ໊າງຈິ້, ສາລະວັນ ແລະ ສະຫວັນນະເຂດ: ຈັດຕັ້ງກອງປະຊຸມແລກປ່ຽນວຽກງານ 6 ເດືອນຕົ້ນ ປີ 2019
![]() |
ບັນຍາກາດທີ່ກອງປະຊຸມ.(ພາບ:bienphong.com.vn)
ທີ່ກອງປະຊຸມ, ສາມກົມກອງກໍ່ໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນສົມທົບກັນໃນໄລຍະຈະມາເຖິງລວມມີ: ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ກໍາແໜ້ນສະພາບການເຄື່ອນໄຫວຂອງບັນດາອິດທິກໍາລັງປໍລະປັກທີ່ຫວັງຕ້ານ ແລະ ທໍາລາຍຄວາມໝັ້ນຄົງດ້ານການເມືອງຂອງແຕ່ລະປະເທດ ແລະ ນໍ້າໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ; ສະກັດກັ້ນສະພາບການອົບພະຍົບຢ່າງເສລີ, ປຸກລຸກການປູກພືດຢ່າງຜິດກົດໝາຍ.
ນອກຈາກນັ້ນ, ສາມກົມກອງກໍ່ໄດ້ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານແລກປ່ຽນສະພາບການ, ການສົມທົບກັນແກ້ໄຂບັນດາກໍລະນີເກີດຂຶ້ນທີ່ກ່ຽວຂ້ອງເຖິງສອງຝາກຊາຍແດນ; ວຽກງານຕໍ່ສູ້ຕ້ານ, ສະກັດກັ້ນບັນດາການເຄື່ອນໄຫວອາດຊະຍາກໍາ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ. ພ້ອມທັງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຕໍ່ສູ້ກັບອາດຊະຍາກໍາຢາເສບຕິດຂ້າມຊາດຢ່າງມີປະສິດທິຜົນ; ໂຄສະນາໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນປະຕິບັດສັນຍາ, ກົດລະບຽບກ່ຽວກັບຊາຍແດນຢ່າງເຂັ້ມງວດ ເພື່ອແນໃສ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ.
(ໄຊພອນ)