ສົ່ງອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ 12 ຊຸດກັບເມືອປະເທດ
![]() |
ພິທີສົ່ງອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ລາວ ກັບເມືອປະເທດ.(ພາບ:vovworld.vn)
ອີງໃສ່ການໜູນຊ່ວຍຢ່າງຕັ້ງໜ້າກ່ຽວກັບດ້ານຂໍ້ມູນຂ່າວສານຈາກປະຊາຊົນ ລາວ ແລະ ບັນດານັກຮົບເກົ່າທີ່ເຄີຍຮ່ວມການສູ້ຮົບກັບທະຫານ ຫວຽດນາມ ໃນສົງຄາມ. ຕາມແຜນການແລ້ວ, ພິທີໄວ້ອາໄລ ແລະ ປົງສົບຈະໄດ້ຈັດຂຶ້ນໃນວັນທີ 19 ມິຖຸນາ 2019 ຢູ່ເຂດສຸສານ ຕົງຄາວ, ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ ສສ ຫວຽດນາມ. ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 1994, ພາຍຫລັງ 25 ປີ, ຄະນະປະຕິບັດງານພິເສດຂອງທະຫານເຂດ 2 ເຮັດວຽກຢູ່ 6 ແຂວງພາກເໜືອ ລາວ ໄດ້ຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິນັກຮົບເສຍສະຫຼະຊີວິດກັບເມືອປະເທດໄດ້ 1743 ຊຸດ, ໃນນັ້ນ ມີ 123 ຊຸດທີ່ມີຂໍ້ມູນຢ່າງຄົບຖ້ວນ.
(ໄຊພອນ)