08:29 | 14/05/2019

ທະຫານຊາຍແດນແຂວງເງ້ອານ ໜູນຊ່ວຍກອງບັນຊາການທະຫານແຂວງຫົວພັນ

ທະຫານຊາຍແດນແຂວງເງ້ອານ ໜູນຊ່ວຍກອງບັນຊາການທະຫານແຂວງຫົວພັນ

ທະຫານຊາຍແດນແຂວງເງ້ອານ ໜູນຊ່ວຍກອງບັນຊາການທະຫານແຂວງຫົວພັນ. (ພາບ: bienphong.com.vn)

ການໜູນຊ່ວຍທັນການຂອງຄ້າຍທະຫານຊາຍແດນຈີເລ້ ຈະຊ່ວຍໃຫ້ໜ່ວຍປະຕິບັດງານທະຫານຊາຍແດນແດນດິນມີລະບົບສົ່ງນໍ້າສະອາດ, ປະກອບສ່ວນຊ່ວຍໃຫ້ພະນັກງານ, ນັກຮົບອຸ່ນອ່ຽນໃຈປະຕິບັດວຽກງານ, ປົກປັກຮັກສາສອງຟາກຊາຍແດນ ຫວຽດນາມ-ລາວ ໃຫ້ມີຄວາມສະຫງົບສຸກ.

ໜ່ວຍປະຕິບັດງານທະຫານຊາຍແດນແດນດິນ ຫາກໍ່ໄດ້ຮັບການສ້າງຕັ້ງ; ເງື່ອນໄຂຂອງການດໍາເນີນຊີວິດ, ການປະຕິບັດວຽກງານຍັງຫຍຸ້ງຍາກ, ຂາດເຂີນຫຼາຍຢ່າງ, ພິເສດແມ່ນບໍ່ມີນໍ້າສະອາດໃຊ້.

ທ່ານພັນເອກ ຟ້າມແທັງມິນ ຫົວໜ້າຄ້າຍທະຫານຊາຍແດນຈີເລ້ ໃຫ້ຮູ້ວ່າ: ການເຄື່ອນໄຫວດັ່ງກ່າວເພື່ອແນໃສ່ຫັນເນື້ອໃນໂຄງການແຮກສ່ຽວລະຫວ່າງກົມກອງ ແລະກອງຮ້ອຍຊາຍແດນ 217 ເປັນລະອຽດ, ຊ່ວຍກົມກອງເພື່ອນມີລະບົບນໍ້າສະອາດເພື່ອມີຄວາມສະດວກໃນການດໍາເນີນຊີວິດ ແລະ ການປະຕິບັດວຽກງານ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3322.html

In bài biết