ຫົວພັນ ສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນບ້ານເກີດ
![]() |
ພິທີສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊິວິດ ອັນພິລະອາດຫານ ໃນການປະຕິບັດໜ້າທີ່ ສາກົນກໍາມະຊີບ ຢູ່ບົນດິນແດນ ແຂວງຫົວພັນ ກັບຄືນສູ່ບ້ານເກີດ ເມືອງນອນ.
ພິທີສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊິວິດ ອັນພິລະອາດຫານ ໃນການປະຕິບັດໜ້າທີ່ ສາກົນກໍາມະຊີບ ຢູ່ບົນດິນແດນ ແຂວງຫົວພັນ ກັບຄືນສູ່ບ້ານເກີດ ເມືອງນອນ ແຂວງແທັງຮວາ ສສ ຫວຽດນາມຈຳນວນ 18 ອັດຖິ ທີ່ໄດ້ຂຸດຄົ້ນ ໃນລະດູແລ້ງສົກ 2018-2019. ໂດຍປະຕິບັດ ຕາມສັນຍາຮ່ວມມືລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ວ່າດ້ວຍການຊອກຄົ້ນ ຈັດ-ສົ່ງ ອັດຖິສົບ ທະຫານ ອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊິວິດ ໃນສະໄໝຕໍ່ສູ້ກູ້ຊາດ ຢູ່ບົນດິນແດນ ສປປ ລາວ ກັບຄືນປະເທດ. ຜ່ານການຮ່ວມມື ຂຸດຄົ້ນໃນໄລຍະ 25 ປີ ໂດຍເລີ່ມແຕ່ປີ 1994 ມາເຖິງປີ 2019 ສາມາດຂຸດຄົ້ນ ອັດຖິສົບ ທະຫານ ອາສາສະມັກ ແລະ ຊ່ຽວຊານຫວຽດນາມ ຢູ່ດິນແດນແຂວງຫົວພັນໄດ້ ທັງໝົດ 2.205 ອັດຖິ.
![]() |
ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນແຂວງຫວົພັນ ໄດ້ເຂົ້າຮ່ວມອາໄລ ແລະ ສະແດງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ.
ທ່ານ ພົ/ວ ສຸລິນພອນ ຄໍາພະຈັນ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງຫົວພັນ ໄດ້ຕາງໜ້າ ໃຫ້ຄະນະພັກ ອໍານາດການປົກຄອງ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າແຂວງຫົວພັນ ກ່າວມອບອັດຖິດັ່ງກ່າວ ຢ່າງເປັນທາງການ ເພື່ອລະນຶກເຖິງ ຄຸນງາມຄວາມດີ ອັນສູງສົ່ງ, ກັບການ ເສຍສະຫລະ ຊິວິດ, ເລືອດເນື້ອ ຂອງບັນດານັກຮົບ, ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ, ກັບພະລະກິດ ປະຕິບັດ ຂອງສອງປະເທດ ລາວ-ຫວຽດນາມ, ທີ່ພ້ອມກັນ ຕໍ່ສູ້ຄຽງບ່າຄຽງໄຫລ່, ຊ່ວຍເຫລືອເຊິ່ງກັນແລະ ກັນຕະຫລອດໄລຍະ ທີ່ຜ່ານມາ, ສະນັ້ນ ສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຫົວພັນ-ແທັງຮວາ ຈະສືບຕໍ່ສ້າງສາຍພົວພັນ, ສ້າງຄວາມສາມັກຄີຮ່ວມມືແບບພິເສດ-ຮອບດ້ານ ໃຫ້ເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
(ແຫຼ່ງຂໍ້ມູນ: ນາງ/ຂປລ)