00:54 | 15/05/2019

ສະຖານທູດຫວຽດນາມປະຈຳ ສປປ ລາວ ອວຍພອນຄົບຮອບ 64 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ສະຖານທູດຫວຽດນາມປະຈຳ ສປປ ລາວ ອວຍພອນຄົບຮອບ 64 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ສະຖານທູດຫວຽດນາມປະຈຳ ສປປ ລາວ ອວຍພອນຄົບຮອບ 64 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ວັນທີ 20 ມີນາ 2019, ຄະນະພະນັກງານສະຖານທູດຫວຽດນາມປະຈຳ ສປປ ລາວ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ນຳໜ້າ ໄດ້ໄປຢ້ຽມຢາມຄະນະພົວພັນການຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວທີ່ນະຄອນຫຼວງວຽງຈັນເພື່ອ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 64 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955-22/3/2019).

ທີ່ການພົບປະ, ທ່ານ ເອກອັກຄະລັດຖະທູດ ຫງວຽນບາຮຸ່ງ ໄດ້ສະແດງຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈຕໍ່ບັນດາໄຊຊະນະ ແລະ ຜົນງານອັນໃຫຍ່ຫຼວງຊຶ່ງປະຊາຊົນລາວອ້າຍນ້ອງຍາດມາໄດ້ໃນຕະຫຼອດພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະ 64 ປີທີ່ຜ່ານມາ.

ທີ່ການພົບປະ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ເນັ້ນໜັກວ່າສາຍພົວພັນມິດຕະພາບແບບພິເສດລະຫວ່າງລາວ-ຫວຽດນາມ ແມ່ນສາຍພົວພັນມີພຽງແຕ່ໜຶ່ງບໍ່ມີສອງໃນໂລກ. ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຈະເຮັດສຸດຄວາມສາມາດຂອງຕົນເພື່ອເພີ່ມພຸນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ-ຫວຽດນາມ ໃຫ້ນັບມື້ນັບຂະຫຍາຍຕົວ, ແລະ ນຳຜົນປະໂຫຍດອັນແທດຈິງມາໃຫ້ແກ່ປະຊາຊົນສອງປະເທດ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3317.html

In bài biết