ພິທີມອບຮັບໂຮງຮຽນປະຖົມໃຫ້ເມືອງ ສັງທອງ, ລາວ
![]() |
ທ່ານ ໂດ້ດັງຄາງ ຜູ້ອໍານວຍການ LAP ມອບຂອງຂວັນໃຫ້ໂຮງຮຽນ. (ພາບ: baotintuc.vn)
ເຂົ້າຮ່ວມພິທີດັ່ງກ່າວມີທ່ານ ຫວູ້ວັນຮ່ວາ ທີ່ປຶກສາດ້ານເສດຖະກິດ, ວັດທະນະທໍາ, ການສຶກສາສະຖານທູດຫວຽດນາມ ປະຈໍາ ລາວ; ທ່ານ ໂດ້ດັງຄາງ ຜູ້ອໍານວຍການ LAP; ທ່ານນາງ ແກ້ວ ພົມມະລາດ ຮອງເຈົ້າເມືອງ ສັງທອງ; ຜູ້ຕາງໜ້າພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ສັງທອງ; ບັນດາຄູອາຈານ ແລະນັກຮຽນຂອງໂຮງຮຽນປະຖົມບ້ານ ຫ້ວຍຕົມ ເປັນຈໍານວນຫຼວງຫຼາຍ.
ກ່າວຄໍາເຫັນທີ່ພິທີດັ່ງກ່າວ, ທ່ານ ໂດ້ດັງຄາງ ໃຫ້ຮູ້ວ່າດ້ວຍຄວາມປາດຖະໜາຢາກສ້າງເງື່ອນໄຂເພື່ອໃຫ້ພວກນ້ອງນັກຮຽນມີອະນາຄົດອັນສົດໃສກວ່າ, ພ້ອມທັງສະແດງຄວາມຮັບຜິດຊອບຕໍ່ສັງຄົມຂອງວິສາຫະກິດຫວຽດນາມ ທີ່ລົງທຶນ, ດໍາເນີນທຸລະກິດຢູ່ ລາວ, ບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນພ້ອມດ້ວຍຄູ່ຮ່ວມມືຍຸດທະສາດໄດ້ຕົກລົງ ສ້ອມແປງໂຮງຮຽນປະຖົມບ້ານ ຫ້ວຍຕົມ ທັງໝົດໃຫ້ເມືອງ ສັງທອງ ແລະມອບອຸປະກອນການສຶກສາ, ລວມມູນຄ່າທັງໝົດກວ່າ 45.000 ໂດລາສະຫະລັດ.
ທ່ານ ບຸນເຮືອງ ສຸລີນທາ ຜູ້ອໍານວຍການໂຮງຮຽນປະຖົມບ້ານ ຫ້ວຍຕົມ ໄດ້ຕາງໜ້າພະນັກງານ, ຄູອາຈານ ແລະນັກຮຽນຂອງໂຮງຮຽນສະແດງຄວາມຂອບອົກຂອບໃຈຕໍ່ການປະກອບສ່ວນທີ່ມີຄວາມໝາຍ ແລະແທດຈິງຂອງບໍລິສັດ ລ້ານຊ້າງ ປະກັນໄພມະຫາຊົນພ້ອມກັບຄູ່ຮ່ວມມືຍຸດທະສາດແມ່ນກອງທືນວັດທະນະທໍາ DB Kim Jun Ki ທີ່ໄດ້ມອບໃຫ້ໂຮງຮຽນໃນຄັ້ງນີ້; ຊ່ວຍສ້າງສະພາບແວດລ້ອມ ແລະເງື່ອນໄຂທີ່ດີໃຫ້ວຽກງານສິດສອນ ແລະຊ່ວຍລະດົມສົ່ງເສີມຈິດໃຈຮໍ່າຮຽນໃຫ້ພວກນ້ອງນັກຮຽນ.
(ແຫຼ່ງຂໍ້ມູນ: ຈາງຫງວຽນ/ກປ.ອອນໄລ)