08:22 | 13/05/2019

ແຂວງແທງຮວ໋າ ຮັບເອົາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ ລາວ

ແຂວງແທງຮວ໋າ ຮັບເອົາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ ລາວ

ພິທີສົ່ງອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ ລາວ 18 ຊຸດ ກັບຄືນປະເທດ.ພາບ: baothanhhoa.vn

ນີ້ແມ່ນບັນດາອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ໂດຍກອງທ້ອນໂຮມກອງບັນຊາການແຂວງແທງຮວ໋າ ໄດ້ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມໃນລະດູແລ້ງປີ 2018-2019 ຢູ່ເມືອງຊໍາເໜືອ, ວຽງໄຊ, ຊໍາໃຕ້, ຫົວເມືອງ ແລະ ເມືອງຮ້ຽມ ແຂວງຫົວພັນ ສປປ ລາວ. ເຂົ້າຮ່ວມພິທີມີບັນດາຄະນະ, ຂະແໜງການສອງແຂວງແທງຮວ໋າ ແລະຫົວພັນ, ປະຊາຊົນລາວບັນດາເຜົ່າ ແລະປະຊາຄົມຊາວຫວຽດນາມ ທີ່ພວມດໍາລົງຊີວິດຢູ່ແຂວງຫົວພັນ.

ຕາມແຜນການ, ແຂວງແທງຮວ໋າຈະຈັດພິທີປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 18 ຊຸດ ຢ່າງສົມກຽດໃນເມື່ອວັນທີ 14 ພຶດສະພາ 2019 ທີ່ ສຸສານສາກົນດົ່ງເຕີມ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3307.html

In bài biết