08:31 | 13/05/2019

ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 98 ຊຸດ ທີ່ທ້ອນໂຮມຢູ່ ລາວ ຈະຖືກສົ່ງຄືນປະເທດ

ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 98 ຊຸດ ທີ່ທ້ອນໂຮມຢູ່ ລາວ ຈະຖືກສົ່ງຄືນປະເທດ

ບັນຍາກາດທີ່ການພົບປະເຈລະຈາ. ພາບ: vovworld.vn

ທີ່ການພົບປະເຈລະຈາ, ຄະນະປະຕິບັດງານພິເສດແຂວງເງ້ອານ ແລະ ຄະນະປະຕິບັດງານພິເສດ 3 ແຂວງຊຽງຂວາງ, ວຽງຈັນ ແລະ ໄຊສົມບູນ ສປປ ລາວ ໄດ້ຕີລາຄາສູງໃນວຽກງານສົມທົບກັນຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2018 - 2019.

ກອງທ້ອນໂຮມແຂວງເງ້ອານໄດ້ຮັບການຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ສ້າງເງື່ອນໄຂສະດວກທີ່ສຸດຈາກບັນດາທ້ອງຖິ່ນເພື່ອນມິດລາວ, ບົນພື້ນຖານນໍ້າໃຈສາມັກຄີແບບພິເສດ; ສາມາດທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 98 ຊຸດ. ເນື່ອງໃນໂອກາດນີ້, ຄະນະປະຕິບັດງານພິເສດແຂວງເງ້ອານກໍ່ໄດ້ສະເໜີຝ່າຍລາວໃຫ້ການສົມທົບກັນໃນການກໍ່ສ້າງອານຸສາວະລີທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເມືອງແປກ, ແຂວງຊຽງຂວາງ ສປປ ລາວ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3306.html

In bài biết