ຮ່າຕິ໋ງ ຕ້ອນຮັບ ບັນດາອາທະຫານ ກັບ ດິນແມ່ ທີ່ຮັກແພງ ...
ໃນຈຳນວນອັດຖິ 7 ອັດຖິ ທີ່ຂຸດຄົ້ນໄດ້ຄັ້ງນີ້, ມີ 2 ອັດຖິ ຂຸດຄົ້ນໄດ້ ຢູ່ ນະຄະອນຫຼວງວຽງຈັນ ແລະ ແລະ 5ອັດຖິ ຢູ່ແຂວງບໍລິຄໍາໄຊ, ໜຶ່ງໃນນັ້ນມີ ອັດຖິລາຍລະອຽດ ຊື່, ອາຍຸ ແລະ ທີ່ຢູ່ຄັກແນ່.
ໃນຕອນເຊົ້າຂອງວັນທີ 9 ພຶດສະພາ, ຄະນະປະຕິບັດງານພິເສດ ຂອງແຂວງ ຮ່າຕິ໋ງ ໄດ້ຈັດພິທີຮັບ ອັດຖິທະຫານອາສາສະຫມັກ ແລະ ຊ່ຽວຊານ ຫວຽດນາມ ເສຍສະຫຼະໃນລາວ ຈຳນວນ ຈຳນວນ 7 ອັດຖິ, (2 ອັດຖິ ຂຸດຄົ້ນໄດ້ຢູ່ນະຄອນຫຼວງວຽງຈັນ ແລະ 5 ອັດຖິ ຢູ່ ແຂວງບໍລິຄໍາໄຊ, ໜຶ່ງໃນນັ້ນມີ ອັດຖິລາຍລະອຽດ ຊື່, ອາຍຸ ແລະ ທີ່ຢູ່ຄັກແນ່.ພາບ: ຫົວຫນ້າຄະນະຂົນຂວາຍພັກແຂວງຮ່າຕິ໋ງ ທ່ານ ຟານ ກາວ ແທັງ ພ້ອມ ຄະນະຜູ້ແທນ ເຄື່ອນຍ້າຍ ອັດຖິແຕ່ ສະຖານທີຈັດພິທີກຳແຂວງ ບໍລິຄໍາໄຊ ກັບຫວຽດນາມ.
ພັນເອກ ຫງວ໋ຽນ ວັນ ເຊີນ ຫົວຫນ້າກອງບັນຊາການທະຫານແຂວງ ຮ່າຕິ໋ງ ແລະ ການນໍາຂັ້ນແຂວງຂອງ ສປປ ລາວຂອງແຂວງໄດ້ເຄື່ອນຍ້າຍອັດຖິ ຂື້ນລົດພິເສດທະຫານ ມຸ້ງສູ່ບ້ານເກີດເມືອງນອນເພື່ອປະກອບພິທີປົງສົບ.
ຂະບວນລົດເຄື່ອນຍ້າຍອັດຖິ ເລີ່ມອອກແຕ່ ເມືອງປາກຊັນ ແຂວງ ບໍລິຄຳໄຊ.
.
ລຽບຕາມສອງຂ້າງທາງ, ພະນັກງານ, ທະຫານ, ຕຳຫຼວດ, ກຳລັງປະກອບອາວຸດ ແລະ ພໍ່ແມ່ພີ່ນ້ອງ ປະຊາຊົນລາວ ພ້ອມທັງນ້ອງນັກຮຽນ ຢືນລຽນແຖວ ທຳຄວາມເຄົາລົບສົ່ງຂະບວນລົດ ດ້ວຍຄວາມຊາບຊື້ງໃຈ.
ເຈົ້າຫນ້າທີ່ທະຫານ ແລະ ກໍາລັງປະກອບອາວຸດແຂວງ ຂອງ ສປປ ລາວ ທຳຄວາມເຄົາລົບ ແລະ ສົ່ງວິລະຊົນຜູ້ພິລາດອາດຫານ ກັບ ຜືນແຜນດິນຫວຽດນາມ
ມາຮອດເມືອງ ຄຳເກີດ, ແຂວງບໍລິຄຳໄຊ,ຂະບວນຢຸດເຊົາບ່ອນສຸດທ້າຍໃນປະເທດ ລາວລ້ານຊ້າງ ທີ່ສວຍງາມ ແລະ ຮັບແຂກ, ໃຫ້ເຈົ້າຫນ້າທີ່ ແລະ ປະຊາຊົນທ້ອງຖິ່ນ ໄດ້ຮ່ວມຈູດທູບ ແລະ ວາງພວງມາລາເຄົາລົບບັນດາອັດຖິທະຫານວິລະຊົນ.
ໃນເວລາ 14:00 ມື້ດຽວກັນ, ຂະບວນລົດເຄື່ອນຍ້າຍ ມາຮອດ ດ່ານຊາຍແດນສາກົນ ເກົ່າແຈວ, ສິ້ນສຸດ 40 ປີ ຂອງການພັກອາໄສ ຢູ່ ລາວ ຂອງນັກຮົບວິລະຊົນຫວຽດນາມ ທັງ 7 ສະຫາຍ.
ຫຼັງຈາກພິທີຕ້ອນຮັບ ແລະ ຈູດທູບວາງພວງມາລາ ທີ່ດຳເນີນໄປຢູ່ ດ່ານຊາຍແດນແລ້ວ, ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນ ຮ່າຕິ໋ງ ໄດ້ທຳຄວາມເຄົາສົບດ້ວຍການຈູດທູບ ແລະ ວາງດວງດອກໄມ້ດ້ວຍຄວາມຊາບຊື້ງ.
ເຈົ້າຫນ້າທີ່ພາສີລາວ ຈູດທູບ ແລະ ທຳຄວາມເຄົາລົບອັດຖິ ຂອງທະຫານວິລະຊົນ ຫວຽດນາມ.
ລຽບຕາມເສັ້ນທາງ ຈາກ ດ່ານສາກົນຊາຍແດນ ເກົ່າແຈວ ກັບ ສູ່ສຸສານນັກຮົບວິລະຊົນແຫ່ງຊາດ ນຳ້ (ເຮືອງເຊີນ), ໄດ່ມີ ປະຊາຊົນສອງປະເທດ ເປັນຈຳນວນຫຼວງຫຼາຍ ມືຈັບທຸງລາວ ແລະ ທຸງສີແດງ ຂອງຫວຽດນາມ ຍິ້ມແຍ້ມແຈ່ມໃສ ນຳສົ່ງ ແລະ ຕ້ອນຮັບ ອ້າຍນ້ອງວິລະຊົນກັບຄືນສູ່ດິນແດນ ຫວຽດນາມ.
ໃນຂະນະທີ່ ຂະບວນເຄື່ອນຍ້າຍ ຢຸດເຊົາ ຢູ່ ຕົວເມືອງ ໄຕເຊີນ, ມີເຈົ້າຫນ້າທີ່ ແລະ ປະຊາຊົນທ້ອງຖິ່ນ ຫຼາຍຮ້ອຍຄົນໄດ້ພາກັນຈູດທູບ ທຳຄວາມເຄົາລົບ. ແຫ່ງເປັນທີ່ຊາບຊຶ້ງຂື້ນຕື່ມເມື່ອມີຜູ້ເຖົ້າຜູ້ແກ່, ອາດີດນັກຮົບເກົ່າ ສຸຂະພາບອ່ອນແອ ຍັງໄດ້ມາກົ້ມຫົວທຳຄວາມເຄົາລົບເພື່ອສົ່ງຜູ້ເປັນລູກເປັນຫຼາຍຂອງຊາດ ທີ່ໄດ້ເສຍສະຫຼະເພື່ອພາລະກິດສາກົນອັນສູງສົ່ງ.
ເພື່ອສະແດງຄວາມຮູ້ບຸນຄຸນ ບັນດາທະຫານ, ນັກຮົບວິລະຊົນ, ອຳນາດການປົກຄອງເມືອງ ໄຕເຊີ(ເຮືອງເຊີນ) ໄດ້ຕັ້ງໂຕະບູຊາ ແລະ ເຄົາລົບອັດຖິ ໃຫ້ແກ່ບັນດາສະຫາຍນັກຮົບວິລະຊົນ.
ຜູ້ຕາງຫນ້າ ອຳນາດການປົກຄອງຕົວເມືອງ ໄຕເຊີນ ຈັດພິທີໄຫວ້ອາໄລ
ໃນເວລາ 18 ໂມງ, ຄະນະປະຕິບັດງານພິເສດ ແລະ ອັດຖິ ຂອງ 7 ສະຫາຍ ໄດ້ມາຮອດ ສຸສານນັກຮົບວິລະຊົນ ແຫ່ງຊາດ ນຳ້ (ເຮືອງເຊີນ). ຕາມແຜນ, ໃນເວລາ 20 ໂມງ ວັນທີ 9 ພຶດສະພາ, , ສະມາຄົມພຸດທະສາສະໜາ ຫວຽດນາມແຂວງຮ່າຕິ໋ງ ໄດ້ປະສານສົມທົບກັບ ແຂວງຮ່າຕິ໋ງ ຈັດພິທີໄຫວ້ ແລະ ສູດພາວະນາ ຕໍ່ດວງວິນຍານ ບັນດານັກຮົບວິລະຊົນ ຢູ່ ສຸສານນັກຮົບວິລະຊົນແຫ່ງຊາດ ເນິ່ມ; ໃນເວລາ 8 ໂມງ ເຊົ້າ ວັນທີ 10 ພຶດສະພາ ຈະມີພິທີມອບ ແລະ ຝັງສົບອັດຖິນັກຮົບວິລະຊົນ. ຫຼັງຈາກ ບັນດານັກຮົບວິລະຊົນຈະໄດ້ຂື້ນສະຫວັນຊັ້ນຟ້າໃນດິນແດນຂອງຜືນແຜ່ນດິນແມ່ຕະຫຼອດໄປ.
(ຫັດທະບູນ)