15:56 | 08/05/2019

ພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ. ພາບ: baoquangtri.vn

ພິທີຕ້ອນຮັບຄັ້ງນີ້ເຊິ່ງແມ່ນຄັ້ງທີ 33 ນັບຕັ້ງແຕ່ ປີ 1993 ເປັນຕົ້ນມາ, ອີກເທື່ອໜຶ່ງກໍ່ເພື່ອຢັ້ງຢືນຄວາມຮັບຜິດຊອບຂອງ ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນ ສອງແຂວງ ກວາງຈີ້ - ສະຫວັນນະເຂດ ສໍາລັບບັນດານັກວິລະຊົນທີ່ໄດ້ເສຍສະຫຼະເລືອດເນື້ອເພື່ອເອກະລາດຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ, ເພື່ອພາລະກິດສາກົນອັນສູງສົ່ງ.

ພິທີໄວ້ອາໄລ, ປົງອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ພາບ: baoquangtri.vn

ດ້ວຍຄວາມມານະພະຍາຍາມຜ່ານຜ່າຄວາມອຸປະສັກ, ທຸກຍາກລຳບາກ, ແຕ່ເດືອນ ຕຸລາ 2018 ຫາ ເດືອນ ພຶດສະພາ 2019, ພະນັກງານ ແລະ ນັກຮົບ ກົມກອງຊອກຫາ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 584, ກອງບັນຊາການທະຫານກວາງຈີ້ ທີ່ໄດ້ຂຸດເອົາ, ທ້ອນໂຮມອັດຖິທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຕ້ານລ່າເມືອງຂຶ້ນຝະລັ່ງ ແລະ ຈັກກະພັດອາເມລິກາ ຢູ່ ສປປ ລາວ 26 ອັດຖິ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-3277.html

In bài biết