ພິທີໄວ້ອາໄລ, ສົ່ງ 30 ອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ລາວ ກັບຄືນປະເທດ
|
ກອງທະຫານ ຂອງກອງທັບປະຊາຊົນປະຕິວັດ ລາວ ຈັດສົ່ງອັດຖິຂອງນັກຮົບວິລະຊົນຫວຽດນາມກັບ ບ້ານເກີດເມືອງນອນ.
ນີ້ແມ່ນພິທີນຳສົ່ງອັດຖິທະຫານອາສາສະໝັກ, ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອຂອງລາວ ຄັ້ງທຳອິດໃນລະດູແລ້ງ 2018 – 2019.
ກ່າວຄຳເຫັນໃນພິທີມອບຮັບອັດຖິ, ພົນຈັດຕະວາ ເຈິ່ນ ຫງ໋ອກຕ໋ວນ ຮອງຫົວໜ້າການເມືອງທະຫານເຂດ 2 ໄດ້ໃຫ້ຮູ້ວ່າ ໃນຊ່ວງລະດູແລ້ງ 2018-2019, ຄະນະປະຕິບັດງານພິເສດ ຂອງ ທະຫານເຂດ 2 ໄດ້ຢັ້ງຢືນ, ສະຫຼຸບລວມ ໄດ້ ຂໍ້ມູນກ່ຽວກັບ ນັກຮົບວິລະຊົນ145 ສະຫາຍ, ໃນນັ້ນສາມາດຊອກຫາ, ຂຸດຄົ້ນອັດຖິ ຂື້ນມາໄດ້ 30 ອັດຖິ; ທ່ານຍັງ ຢັ້ງຢືນວ່າ ສາມາດບັນລຸໄດ້ຜົນສຳເລັດຂ້າງເທິງນີ້ກໍ່ແມ່ນການປະສານສົມທົບອັນແໜ້ນແຟ້ນ ຂອງ ຄະນະຊີ້ນຳ ປະຕິບັດການພິເສດ ຂອງ ສອງປະເທດ ຫວຽດນາມ-ລາວ, ພ້ອມນີ້ກໍ່ມີການຊ່ວຍເຫຼືອ ແລະ ສ້າງເງື່ອນໄຂສະດວກຢ່າງສຸດໃຈ ຂອງການນຳຂັ້ນແຂວງ, ເມືອງ ແລະ ອຳນາດການປົກຄອງທີ່ກ່ຽວຂ້ອງທຸກຂັ້ນ ແລະ ນຳ້ໃຈຂອງປະຊາຊົນ 6 ແຂວງພາກເໜືອຂອງລາວ.
|
ຂະບວນແຫ່ ນຳສົ່ງອັດຖິຂອງນັກຮົບວິລະຊົນ, ທະຫານອາສາສະໝັກ, ຊ່ຽວຊານ ຫວຽດນາມ ກັບຄືນບ້ານເກີດເມືອງນອນ.
ຕ່າງໜ້າພະນັກງານທະຫານເຂດ 2, ພົນຈັດຕະວາ ເຈີ່ນຫງ໋ອກຕ໋ວນ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງສຸດຊື້ງມາຍັງ ການນຳ, ອຳນາດການປົກຄອງ, ກອງບັນຊາການທະຫານ, ພະແນກ ແຮງງານ ແລະ ສະຫວັນດີການສັງຄົມ ແລະ ປະຊາຊົນ 6 ແຂວງພາກເໜືອຂອງລາວ ທີ່ໄດ້ສ້າງເງື່ອນໄຂສະດວກ ແລະ ຊ່ວຍເຫຼືອອັນຍິ່ງໃຫຍ່ຊ່ວຍໃຫ້ ກອງຄົ້ນຫາ, ຂຸດຄົ້ນ ສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້; ທ່ານຍັງຂອບໃຈມາຍັງອຳນາດການປົກຄອງ ແລະ ປະຊາຊົນ ແຂວງອຸດົມໄຊ ທີ່ໄດ້ຊ່ວຍເຫຼືອຍູ້ໜູນໃນການຈັດ ພິທີ ໄຫວ້ອາໄລ ແລະ ນຳສົ່ງ ອັດຖິບັນດານັກຮົບວິລະຊົນ ຢ່າງຍິ່ງໃຫຍ່ແລະ ສົມກຽດ ເຕັມໄປດ້ວຍຄວາມຮັກແພງອ້າຍນ້ອງ ມິດສະຫາຍ.
ຕາມແຜນການແລ້ວ, ພິທີໄວ້ອາໄລ ແລະ ປົງອັດຖິຈຳນວນດັ່ງກ່າວຈະຈັດຂຶ້ນໃນວັນທີ 14 ທັນວາ ຢູ່ສຸສານ ຕົງຄາວ, ນະຄອນ ດ້ຽນບຽນຝູ໋, ແຂວງ ດ້ຽນບຽນ.
(ແຫຼ່ງຂໍ້ມູນ: VOVWORLD)