12:12 | 21/12/2018

ມອບເງິນຈຳນວນ 11 ລ້ານດົ່ງໃຫ້ ເດັກນ້ອຍຄົນລາວ ທີ່ເປັນ ໂລກຕາລາເຊມີ (ປ້າງກິນເລືອດ)

ນີ້ແມ່ນເງິນທີ່ໄດ້ຮັບຈາກ ນັກຮົບເກົ່າ ຂອງຄະນະພົວພັນ, ກຸ່ມບໍລິຈາກ ຂອງ Ams 95-98 ແລະ ບັນດາຜູ້ທີ່ມີຈິດໃຈເອື້ອອາທອນ ຮ່ວມກັນບໍລິຈາກຊ່ວຍເຫຼືອ ນ້ອງ Sard Yang ຜ່ານ ໜັງສືພິມເທີ່ຍດ້າຍ.

ມອບເງິນຈຳນວນ 11 ລ້ານດົ່ງໃຫ້ ເດັກນ້ອຍຄົນລາວ ທີ່ເປັນ ໂລກຕາລາເຊມີ (ປ້າງກິນເລືອດ)

ພັນເອກ ເຈິ່ນ ດັກຟອງ (ຜູ້ທີ່ 3 ນັບແຕ່ຊ້າຍມາ) ແລະ ນັກຮົບເກົ່າ ຈິ້ງ ຖິທຸກ ແອັງ (ຜູ້ທີ 2 ຈາກຊ້າຍມາ) ມອບຂອງຂວັນໃຫ້ນ້ອງ Sard Yang.

ດັ່ງທີ່ໄດ້ສະເໜີຂ່າວກ່ອນໜ້ານີ້, ນ້ອງ Sard Yang ( ເກີດປີ 2008, ແຂວງຊຽງຂວາງ, ສປປ ລາວ) ປະຈຸບັນກຳລັງຮັກສາໂລກ​ຕາລາ​ເຊ​ມີ (ປ້າງ​ກິນ​ເລືອດ) ຢູ່ ໂຮງໝໍ ເດັກນ້ອຍສູນກາງ. ສະພາບຄອບຄົວຂອງນ້ອງ ແມ່ນມີຄວາມຫຍຸ້ງຍາກ ແລະ ລຳບາກຫຼາຍ ໃນຄະນະທີ່ຄ່າຮັກສາໂລກ ຕາລາ​ເຊ​ມີ ໜັກໜ່ວງຫຼາຍ (ປະມານ 600-700 ລ້ານດົ່ງ). ວັທີ 28 ພະຈິກທີ່ຜ່ານມາ, ໜັງສືພິມ ເທີ່ຍດ້າຍ ໄດ້ເຂົ້າມາຢ້ຽມຢາມ ແລະ ມອບຂອງຂວັນໃຫ້ນ້ອງ Sard Yang.

ດ້ວຍຄວາມເຫັນອົກເຫັນໃຈ ແລະ ແບ່ງປັນກັບຄອບຄົວຂອງນ້ອງ Sard Yang, ພັນເອກ ເຈິ່ນ ດັກຟອງ, ຕ່າງໜ້າ ຄະນະພົວພັນ ໄດ້ເລົ່າສູ່ຝັງວ່າ: “ໃນຄະນະພົວພັນ ມີນັກຮົບເກົ່າ ຫວຽດນາມ ທີ່ເຄີຍຮ່ວມຕໍ່ສູ້ ຢູ່ສະໜາມຮົບ ທົ່ງໄຫຫີນ, ແຂວງຊຽງຂວາງ, ສປປ ລາວ. ໃນໄລຍະນັ້ນ, ພວກຂ້າພະເຈົ້າ ໄດ້ຮັບຊ່ວຍເຫຼືອ, ເອື້ອເຟື້ອເພື່ອແຜ່ ຈາກປະຊາຊົນລາວ, ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ກັບ ການປະຕິວັດຫວຽດນາມ. ຍ້ອນແນວນັ້ນ, ພາຍຫຼັງທີ່ໄດ້ອ່ານຂ່າວດັ່ງກ່າວກ່ຽວກັບ ນ້ອງ Sard Yang ຢູ່ ແຂວງຊຽງຂວາງ ເປັນໂລກຮ້າຍ ແລະ ກຳລັງປິ່ນປົວຮັກສາ ຢູ່ ຫວຽດນາມ, ນັກຮົບເກົ່າຈຳນວນໜຶ່ງໄດ້ຕິດຕໍ່ພົວພັນກັບໜັງສືພິມເທີ່ຍດ້າຍ ຢ່າງທັນທີທັນໃດ ເພື່ອ ແບ່ງ, ຊ່ວຍເຫຼືອ ກັບສະພາບຄວາມລຳບາກ ຂອງຄອບຄົວກໍ່ຄືຫຼານນ້ອຍ. ສິ່ງດັ່ງກ່າວມັນສະແດງເຖິງນຳ້ໃຈອັນເລິກເຊິ່ງ, ມິດຕະພາບອັນເກົ່າແກ່ ລະຫວ່າງ ປະຊາຊົນສອງຊາດ ຫວຽດ-ລາວ. ພວກຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ຂອງຂວັນດັ່ງກ່າວຈະຊ່ວຍລະດົມຈິດໃຈ ແລະ ປະກອບພາກສ່ວນໜ້ອຍໜຶ່ງ ໃນການຫຼຸດຜ່ອນດ້ານກາານເງິນ ໃຫ້ແກ່ຄອບຄົວຂອງ ຫຼານນ້ອຍ Sard Yang”.

ມອບເງິນຈຳນວນ 11 ລ້ານດົ່ງໃຫ້ ເດັກນ້ອຍຄົນລາວ ທີ່ເປັນ ໂລກຕາລາເຊມີ (ປ້າງກິນເລືອດ)

ຕ່າງໜ້າ ໜັງສືພິມ ເທີ່ຍດ້າຍ ແລະ ນັກຮົບເກົ່າຫວຽດນາມ ມອບຂອງຂວັນໃຫ້ຄອບຄົວ ແລະ ນ້ອງ Sard Yang.

ຕ່າງໜ້າ ໜັງສືພິມ ເທີ່ຍດ້າຍ, ທ່ານ ຟານ ຮົ່ງເຊີນ- ຮອງບັນນາທິການ ສະແດງຄວາມຂອບໃຈ , ຄະນະພົວພັນ ຂອງນັກຮົບເກົ່າ ທີ່ຊ່ວຍການປະຕິວັດລາວ, ກຸ່ມ ມູນິທິ Ams 95-98 ກໍ່ຄືບັນດາຜູ້ທີ່ມີນຳ້ໃຈໃນສັງຄົມ ຮ່ວມກັບ ໜັງສືພິມ, ເອົາໃຈໃສ່, ຊ່ວຍເຫຼືອ ນ້ອງ Sard Yang ເພື່ອໃຫ້ຄອບຄົວມີເງິນໃນການຮັກສາປິ່ນປົວໂລກ ແລະ ພົ້ນຜ່ານຄວາມລຳບາກໃນຕອນນີ້.

ພາຍຫຼັງໄດ້ຮັບຂອງຂວັນອັນລຳ້ຄ່າຈາກ ບັນດາຜູ້ທີ່ມິດຈິດໃຈດີ ຂອງ ຫວຽດນາມ ທ່ານ Tsavtuam Yaj ພໍ່ຂອງນ້ອງ Sard Yang ໄດ້ສະແດງຄວາມຂອບໃຈອັນເລິກເຊິ່ງ ຕໍ່ກັບ ໜັງສືພິມເທີ່ຍດ້າຍ, ບັນດານັກຮົບເກົ່າ ທະຫານອາສາສະໝັກ ຫວຽດນາມ, ກຸ່ມມູນິທິ Ams 95-98 ແລະ ບັນດາຜູ້ທີ່ມີຈິດໃຈດີງາມ ຢູ່ຫວຽດນາມ ທີ່ໄດ້ແບ່ງປັນ ຄວາມຫຍຸ້ງຍາກລຳບາກຂອງຄອບຄົວ ໃນໄລຍະຜ່ານມາ; ພ້ອມກັນນັ້ນ ພໍ່ເດັກຍັງໃຫ້ຮູ້ວ່າ ຈຳນວນເງິນດັ່ງກ່າວ ເຂົ້າໃນການຮັກສາປິ່ນປົວ ໃນອານາຄົດ.

ລາຍຊື່ຜູ້ບໍລິຈາກຊ່ວຍເຫຼືອ ນ້ອງ Sard Yang

1. ກຸ່ມມູນິທິ Ams 95-98ແລະ ເພື່ອນສະຫາຍ: 5.200.000ດົ່ງ

2. ຄະນະພົວພັນ ທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຮ່ວມການປະຕິວັດລາວ: 5.500.000ດົ່ງ ເຊິ່ງປະກອບມີ:

- ລຸງ ຫງວ໋ຽນ ຕ໋ຽນລອງ - ນັກຮົບເກົ່າສະໜາມຮົບ 31- ຮ່າໂນ້ຍ

- ປ້າ ຈິ້ງ ຖິທຸກແອັວງ- ນັກຮົບເກົ່າ B3 - ເຕີ໋ຍຫງວຽນ

- ລຸງຟ້າມ ມິງຢ໋າມ - ນັກຮົບເກົ່າ E866 - ຮວ່າບິ່ງ

- ລຸງ ເຈິ່ນ ດິ່ງເຢີ່ນ- ນັກຮົບເກົ່າ E335 - ຮ່າໂນ້ຍ

- ປ້າ ໂດ໋ແມ້ງຮ່າ - ນັກຮົບເກົ່າ E866 - ຟູ໋ເຖາະ

- ລຸງ ຫງວ໋ຽນ ຄັກຫງອດ- ນັກຮົບເກົ່າ E866 - ຮ່າໂນ້ຍ

- ລຸງ ຫວູ໋ ມິງເກ- ນັກຮົບເກົ່າ B3 - ເຕີ໋ຍຫງວຽນ

- ລຸງ ເຈິ່ນ ດັກ ຟອງ- ນັກຮົບເກົ່າ E866 - ຮ່າໂນ້ຍ

3.ລຸງ ໂງ ຢາລິງ - ນັກຮົບເກົ່າ ກອງພັນນ້ອຍ 134 ຂ່າວສານ , ຮ່າໂນ້ຍ: 500.000 ດົ່ງ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3270.html

In bài biết