22:36 | 05/04/2019

ກວດພະຍາດ, ໃຫ້ຄໍາປຶກສາກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນເມືອງວຽງທອງ, ແຂວງບໍລິຄໍາໄຊ-ລາວ ເກືອບ 800 ເທື່ອຄົນ

ກວດພະຍາດ, ໃຫ້ຄໍາປຶກສາກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນເມືອງວຽງທອງ, ແຂວງບໍລິຄໍາໄຊ-ລາວ ເກືອບ 800 ເທື່ອຄົນ

ຄະນະຈັດຕັ້ງກວດກາຫ້ອງກວດພະຍາດຢູ່ເມືອງວຽງທອງ, ປະເທດເພື່ອນມິດລາວ. (ພາບ: ໂຮ່ຫວຽດ)

ໃນເວລາ 4 ມື້, ພະນັກງານ, ແພດໝໍຂອງໂຮງໝໍເສນາຮັກ 4, ກົມພະລາທິການ ແລະພາລະກອນບໍລິສັດພັດທະນາເຂດພູສູງສັງກັດບໍລິສັດໃຫຍ່ຮ່ວມມືເສດຖະກິດທະຫານເຂດ 4 ໄດ້ກວດພະຍາດ, ໃຫ້ຄໍາປຶກສາສຸຂະພາບ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນເມືອງວຽງທອງ ປະເທດເພື່ອນມິດລາວໄດ້ເກືອບ 800 ເທື່ອຄົນ.

ກວດພະຍາດ, ໃຫ້ຄໍາປຶກສາກ່ຽວກັບສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ພໍ່ແມ່ປະຊາຊົນເມືອງວຽງທອງ, ແຂວງບໍລິຄໍາໄຊ-ລາວ ເກືອບ 800 ເທື່ອຄົນ

ຄະນະປະຕິບັດງານມອບເຄື່ອງອຸປະກອນການແພດໃຫ້ສຸກສາລາກຸ່ມບ້ານຈອມທອງ. (ພາບ: ໂຮ່ຫວຽດ)

ພ້ອມກັບການຈັດຕັ້ງກວດພະຍາດໃຫ້ພະນັກງານ, ພະລາກອນ ແລະຜູ້ອອກແຮງງານຂອງບໍລິສັດພັດທະນາເຂດພູສູງທີ່ພວມເຮັດວຽກຢູ່ບໍລິເວນເມືອງວຽງທອງ, ຄະນະປະຕິບັດງານທະຫານເຂດ 4 ຍັງກວດພະຍາດ, ໃຫ້ຄໍາປຶກສາ, ແຈກຢາຍຢຸກຢາໃຫ້ພະນັກງານການນໍາເມືອງ, ພະນັກງານບັນດາອົງການ, ຂະແໜງການ, ບັນດາກົມກອງໃນກອງທັບ, ຕໍາຫຼວດ ແລະຍາດຕິພີ່ນ້ອງຄອບຄົວຢູ່ບໍລິເວນເມືອງວຽງທອງຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ເກື່ອງດັ້ງ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3268.html

In bài biết