08:31 | 06/04/2019

ຄະນະຜູ້ແທນຂັ້ນສູງແຂວງກອນຕູມ ສສ ຫວຽດນາມ ຢ້ຽມຢາມອວຍພອນປີໃໝ່ລາວຢູ່ແຂວງຈຳປາສັກ.


ຄະນະຜູ້ແທນຂັ້ນສູງແຂວງກອນຕູມ ສສ ຫວຽດນາມ ຢ້ຽມຢາມອວຍພອນປີໃໝ່ລາວຢູ່ແຂວງຈຳປາສັກ.

ຄະນະຜູ້ແທນແຂວງກອນຕູມ ມອບຂອງຂວັນປີໃໝ່ໃຫ້ແກ່ການນຳຂອງແຂວງຈຳປາສັກ.

ໂອກາດຕ້ອນຮັບຄະນະນຳທັງສອງແຂວງຈຳປາສັກ -ກອນຕູມ ຍັງໄດ້ສະແດງຄວາມຢື້ຢາມຖາມຂ່າວເຊີ່ງກັນແລະກັນ,ລາຍງານໂດຍຫຍໍ້ກ່ຽວການພັດທະນາເສດຖະກິດສັງຄົມ,ຄວາມສາມັກຄີພິເສດ ແລະການພົວພັນຮ່ວມມືຄວາມຮອບດ້ານລະຫວ່າງສອງແຂວງຈຳປາສັກ -ກອນຕູມ ກໍຄືສອງຊາດລາວ -ຫວຽດນາມທີ່ນັບແຕກດອກອອກຜົນ ຢ່າງບໍຢຸດຢັ້ງ.
ສະຫາຍ ນາງ ອີເມີ້ຍ ໄດ້ຕາງໜ້າການນໍາພັກ - ລັດ ກໍຄືປະຊາຊົນແຂວງກອນຕູມ ອວຍພອນໄຊອັນປະເສີດມາຍັງການນຳແຂວງ ແລະຜ່ານການນໍາໄປຍັງປະຊາຊົນບັນເຜົ່າຊາວແຂວງຈຳປາສັກທຸກຖ້ວນໜ້າ ມີສຸຂະພາບເຂັ້ມແຂງ,ມີຜົນສຳໃນໜ້າທີ່ການງານທີ່ພັກລັດ ແລະ ປະຊາຊົນມອບໝາຍໃຫ້ ພ້ອມກັນສະຫຼອງບຸນປີໃໝ່ລາວ ຕາມຮີດຄອງປະເພນີຢ່າງເບີກບານມ່ວນຊື່ນ.

(ແຫຼ່ງ​ຂໍ້​ມູນ​: ເກດສະໜາ ແກ້ວສຸວັນນະແສງ/Champasak RADIO)

Link: https://huunghivietlao.thoidai.com.vn/detail-article-3267.html

In bài biết