14:42 | 06/04/2019

ຄະນະຜູ້ແທນທະຫານເຂດ4 ແລະ ແຂວງກວາງບິງ ສສ ຫວຽດນາມເຂົ້າອວຍພອນການນຳຂອງແຂວງສະຫວັນນະເຂດ

ຄະນະຜູ້ແທນທະຫານເຂດ4 ແລະ ແຂວງກວາງບິງ ສສ ຫວຽດນາມເຂົ້າອວຍພອນການນຳຂອງແຂວງສະຫວັນນະເຂດ

ທ່ານ ພົຈ ຫງວຽນ ຢອນ ແອ໋ງ ຫົວໜ້າການທະຫານຂອງ ທະຫານເຂດ 4 ແຫ່ງ ສສ ຫວຽດນາມ ແລະ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກ ແຂວງເຈົ້າແຂວງສະຫວັນນະເຂດ.

ຂ່າວແຈ້ງຕື່ມອີກວ່າ: ໃນວັນທີ 9 ເມສາ 2019 ຄະ ນະຜູ້ແທນແຂວງກວາງບິ່ງ ນຳໂດຍສະຫາຍ ເຈີນ ກົງ ທັວດ ຮອງເລຂາພັກແຂວງ ປະ ທານສະພາປະຊາຊົນແຂວງ ກວາງບິ່ງ ແຫ່ງ ສສ ຫວຽດ ນາມ ພ້ອມຄະນະໄດ້ເດີນທາງ ມາຢ້ຽມຢາມ ແລະອວຍພອນ ການນຳແຂວງສະຫວັນນະ ເຂດ ທີ່ຫ້ອງຮັບແຂກຫ້ອງວ່າ ການປົກຄອງແຂວງໂດຍເປັນ ກຽດຕ້ອນຮັບຂອງສະຫາຍ ສັນຕິພາບ ພົມວິຫານ ເລຂາ ພັກແຂວງ ເຈົ້າແຂວງສະຫວັນ ນະເຂດ ແລະທ່ານ ປອ ຄຳເຜີຍ ຜັນທະຈອນ ຮອງເລຂາພັກ ແຂວງ ປະທານສະພາປະຊາ ຊົນແຂວງເຂົ້າຮ່ວມຕ້ອນຮັບ ຄະນະຜູ້ແທນໃນຄັ້ງນີ້.
ໃນໂອກາດດັ່ງກ່າວນີ້, ທາງຜູ້ແທນຂອງທັງສອງ ຄະນະກໍ່ໄດ້ກ່າວອວຍພອນໄຊ ອັນປະເສີດແດ່ສະຫາຍເລ ຂາພັກແຂວງ ເຈົ້າແຂວງສະ ຫວັນນະເຂດ ຕະຫຼອດເຖິງພໍ່ ແມ່ປະຊາຊົນບັນດາເຜົ່າຊາວ ແຂວງສະຫວັນນະເຂດໃນໂອ ກາດປີໃໝ່ລາວ ພສ 2562 ທີ່ກຳລັງຈະມາຮອດໃນອີກບໍ່ພໍ ເທົ່າໃດມື້ຂ້າງໜ້ານີ້ ຂໍຈົ່ງມີສຸ ຂະພາບພາລະນາໄມທີ່ແຂງ ແຮງສືບຕໍ່ຊີ້ນຳພາແຂວງສະ ຫວັນນະເຂດ ໃຫ້ມີການພັດ ທະນາຢ່າງບໍ່ຢຸດຢັ້ງພ້ອມທັງ ສືບຕໍ່ຮັດແໜ້ນ ແລະຮັກສາ ສາຍພົວພັນມິດຕະພາບແບບພິ ເສດລາວ-ຫວຽນນາມໃຫ້ໝັ້ນ ຄົງທະນົງແກ່ນຕະຫຼອດໄປ./.

(ແຫຼ່ງ​ຂໍ້​ມູນ​: ຂ່າວ ສະຫວັນນະເຂດ)

Link: https://huunghivietlao.thoidai.com.vn/detail-article-3266.html

In bài biết