09:41 | 07/04/2019

ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ອວຍພອນບຸນປີໃໝ່ລາວ

ໃນນາມລັດຖະບານຫວຽດນາມ ແລະສະຖານທູດຫວຽດນາມ ປະຈໍາ ລາວ, ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໄດ້ມອບຊໍ່ດອກໄມ້ພ້ອມກັບຄໍາອວຍພອນທີ່ດີງາມເຖິງທ່ານ ສະເຫຼີມໄຊ ກົມມະສິດ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດລາວ.

ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ອວຍພອນບຸນປີໃໝ່ລາວ

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ອວຍພອນບຸນປີໃໝ່ໃຫ້ທ່ານ ສະເຫຼີມໄຊ ກົມມະສິດ. (ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າສາຍພົວພັນແບບພິເສດ ຫວຽດນາມ-ລາວ ນັບມື້ນັບບັນລຸໄດ້ໝາກຜົນຢ່າງແທດຈິງ, ພິເສດແມ່ນເລື່ອງສອງຝ່າຍຈັດການພົບປະ ແລະການຢ້ຽມຢາມລະຫວ່າງການນໍາສອງປະເທດ ເປັນປະຈໍາເພື່ອແນໃສ່ແກ້ໄຂບັນດາຂໍ້ຕິດຂັດ ແລະຂໍ້ຄົງຄ້າງໃນການຮ່ວມມືລະຫວ່າງສອງປະເທດ.

ຕາມທ່ານ ສະເຫຼີມໄຊ ກົມມະສິດ ແລ້ວ, ສປປ ລາວ ຍາມໃດກໍ່ຖືບຸນປີໃໝ່ປະຈໍາຊາດຂອງຫວຽດນາມ ແມ່ນບຸນປີໃໝ່ຂອງຕົນ ແລະກົງກັນຂ້າມ, ຫວຽດນາມ ກໍ່ຖືບຸນປີໃໝ່ປະຈໍາຊາດຂອງລາວ ແມ່ນບຸນປີໃໝ່ຂອງຫວຽດນາມ, ເລື່ອງຢ້ຽມຢາມຖາມຂ່າວສຸຂະພາບ ແລະສະຫງວນຄໍາອວຍພອນອັນດີງາມໃຫ້ກັນເນື່ອງໃນໂອກາດບຸນປີໃໝ່ແມ່ນສັນຍາລັກອັນດີງາມໃນສາຍພົວພັນແບບພິເສດ ລາວ-ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: ທູຈາງ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3264.html

In bài biết