15:09 | 28/11/2018

ສຳນັກພິມຈຳໜ່າຍ ສຶກສາ ຫວຽດນາມ ຊ່ວຍເຫຼືອໃນການກໍ່ສ້າງບຸກຄະລາກອນ ແລະ ອຸປະກອນໃຫ້ ອ້າຍນ້ອງລາວ

ສຳນັກພິມຈຳໜ່າຍ ສຶກສາ ຫວຽດນາມ ຊ່ວຍເຫຼືອໃນການກໍ່ສ້າງບຸກຄະລາກອນ ແລະ ອຸປະກອນໃຫ້ ອ້າຍນ້ອງລາວ

ທ່ານ ຫງວ໋ຽນ ດຶກຖາຍ ມອບຂອງຂັວນໃຫ້ແກ່ ລັດວິສາຫະກິດ ອຸປະກອນການສຶກສາ ລາວ. (ພາບ:giaoducthoidai.vn)

ກ່າວຄຳເຫັນໃນກອງປະຊຸມການເຮັດວຽກ ທ່ານ ຫງວ໋ຽນ ດຶກຖາຍ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດ ນະໂຍບາຍຂອງພັກ ແລະ ລັດຖະບານ ຫວຽດນາມ-ລາວ ໃນການເພີ່ມທະວີສາຍພົວພັນອັນເກົ່າແກ່, ຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫ່ວາງ ສອງປະເທດ, ສຳນັກພິມ ສືກສາ ຫວຽດນາມ ໄດ້ລົງນາມໃນຫຼາຍສັນຍາ ການຮ່ວມມື ກັບ ບໍລິສັດ ອຸບປະກອນການສຶກສາ ລາວ ແລະ ລັດວິສາຫະກິດ ຈັດພິມຈຳໜ່າຍ ລາວ ກ່ຽວກັບການຈັດຕັ້ງຝຶກອົບຮົມຍົກລະດັບ ວິຊາສະເພາະ ກ່ຽວກັບການພິມຈຳໜ່າຍ, ຈັດພິມ, ເຕັກນິກຜະລິດອຸບປະກອນການສຶກສາ ໃຫ້ແກ່ພະນັກງານ ຂອງສອງບໍລິສັດນີ້; ເພື່ອຍົກສູງຝີມື, ນຳໃຊ້ຢ່າງຄ່ອງແຄ້ວເຄື່ອງຈັກ, ຍົກສູງຄຸນນະພາບຂອງສິນຄ້າກໍ່ຄືຜລິດຕະພັນ, ປະກອບສ່ວນເຂົ້າໃນການຜລິດ, ພິມ, ສະໜອງ ປື້ມຄູ່ມືການຮຽນ, ອຸບປະກອນການສຶກສາ ໃຫ້ນັກຮຽນລາວໃນທົ່ວປະເທດ.

ສຳນັກພິມຈຳໜ່າຍ ສຶກສາ ຫວຽດນາມ ຊ່ວຍເຫຼືອໃນການກໍ່ສ້າງບຸກຄະລາກອນ ແລະ ອຸປະກອນໃຫ້ ອ້າຍນ້ອງລາວ

ບັນຍາກາດກອງປະຊຸມການເຮັດວຽກຂອງສອງຝ່າຍ. (ພາບ:giaoducthoidai.vn)

ກ່າວຄຳເຫັນທີ່ກອງປະຊຸມ ທ່ານ ສອນໄຊ ເພັດພະຈັນ ສະແດງຄຳຂອບໃຈມາຍັງ ສຳນັກພິມຈຳໜ່າຍ ສຶກສາ ຫວຽດນາມ ໄດ້ໃຫ້ຄວາມຊ່ວຍເຫຼືອ ພິເສດໃຫ້ແກ່ ບໍລິສັດ; ຂອບໃຈ ສຳນັກພິມຈຳໜ່າຍ ສຶກສາ ຫວຽດນາມ ປະຈຳ ນະຄອນໂຮ່ຈີ໋ມິງ, ບໍລິສັດ ປື້ມ ແລະ ອຸບປະກອນໂຮງຮຽນ ນະຄອນໂຮ່ຈີ໋ມິງ ຫົວໜ່ວຍທີ່ໄດ້ຮັບການຄັດເລືອກໃຫ້ ຈັດອົບຮົມວິຊາສະເພາະ ໃຫ້ແກ່ ພະນັກງານ ຂອງບໍລິສັດ ອຸບປະກອນ ການສຶກສາ ລາວ ໄດ້ໃຫ້ການຊ່ວຍເຫຼືອແບ່ງປັນຢ່າງແທ້ຈິງ ດ້ານບົດຮຽນໃນການຄຸ້ມຄອງ, ດ້ານວິຊາສະເພາະ ເພື່ອເຮັດໃຫ້ບໍລິສັດ ສາມາດກໍ່ສ້າງໄດ້ຖັນແຖວພະນັກງານທີ່ເກັ່ງດ້ານວິຊາສະເພາະ ຕອບສະໜອງໄດ້ເຖິງຄວາມຮຽກຮ້ອງຕ້ອງການ ແລະ ໜ້າທີ່ຂອງຕົນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3254.html

In bài biết