21:06 | 02/12/2018

ສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 43 ປີ

ສະເຫຼີມສະຫຼອງວັນຊາດ ສປປ ລາວ ຄົບຮອບ 43 ປີ

ລາຍການສະແດງສິລະປະ. (ພາບ: ໝີງາ)

ທີ່ພິທີສະເຫຼີມສະຫຼອງ, ການນຳກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ມີບົດກ່າວປາໄສຫວນຄືນປະຫວັດສາດແຫ່ງການຕໍ່ສູ້ຂອງກອງທັບ ແລະປະຊາຊົນລາວ, ກໍ່ຄືການຊ່ວຍເຫຼືອຂອງຫວຽດນາມ. ໃນຕະຫຼອດ 43 ປີຜ່ານມາ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ສືບຕໍ່ໄດ້ຮັບການປັບປຸງ ແລະພັດທະນາ.

ໂດຍເສີມຂະຫຍາຍຜົນສຳເລັດຂອງ “ປີສາມັກຄີມິດຕະພາບຫວຽດນາມ - ລາວ 2017”, ສອງປະເທດໄດ້ສືບຕໍ່ຜັນຂະຫຍາຍຫຼາຍໂຄງການຮ່ວມມືໃນບັນດາຂົງເຂດ ຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ; ການພົບປະແລກປ່ຽນ, ການຮ່ວມມືດ້ານວັດທະນະທຳ; ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ, ປະຕິບັດສັ ຍາຊາຍແດນຫວຽດນາມ - ລາວ ຢ່າງເຂັ້ມງວດ.

ເນື່ອງໃນໂອກາດນີ້, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ຍ້ອງຍໍ 4 ໝູ່ຄະນະ ແລະບຸກຄົນ 5 ຄົນ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານການທູດປະຊາຊົນ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືແບບພິເສດຫວຽດນາມ -ລາວ.

(ແຫຼ່ງ​ຂໍ້​ມູນ​: ແສງເດືອນ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3250.html

In bài biết