ສະມາຄົມມິດຕະພາບ ລາວ-ຫວຽດນາມ ສົ່ງຈົດໝາຍສະແດງຄວາມເສຍໃຈ ຕໍ່ການຈາກໄປ ຂອງປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ
ເມື່ອຮັບຊາບຂ່າວ ສະຫາຍ ເຈິ່ນດ້າຍ ກວາງ, ກຳມະການກົມການເມືອງ, ປະທານປະເທດ ສສ ຫວຽດນາມ ພາຍຫຼັງທີ່ເປັນພະຍາດຮ້າຍແຮງ, ເຖິງວ່າພັກ, ລັດ, ບັນດາສາດສະດາຈານ, ແພດໝໍໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດແລ້ວ, ແຕ່ກໍ່ບໍ່ສາມາດກູ້ເອົາຊີວິດລອດມາໄດ້, ທ່ານສິ້ນລົມຫາຍໃຈໃນເວລາ 10 ໂມງ 05 ນາທີຂອງວັນທີ 21 ກັນຍາ 2018 ຢູ່ໂຮງໝໍສູນກາງກອງທັບ 108.
![]() |
ຈົດໜາຍສະແດງຄວາມເສຍໃຈ.
ສະຫາຍ ປອ. ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ, ປະທານ ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ໄດ້ສົ່ງຈົດໝາຍສະແດງຄວາມເສຍໃຈໂດຍມີເນື້ອໃນດັ່ງນີ້:
"ຂ້າພະເຈົ້າໄດ້ຮັບຊາບດ້ວຍຄວາມສະເທືອນໃຈ ແລະ ໂສກເສົ້າເສຍໃຈເປັນຢ່າງຍິ່ງຕໍ່ຂ່າວການມໍລະນະກຳ ຂອງ ສະຫາຍ ເຈີ່ນດ້າຍ ກວາງ, ກຳມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ, ປະທານປະເທດແຫ່ງ ສສ ຫວຽດນາມ ເມື່ອເວລາ 10:05ໂມງ ຂອງວັນທີ 21 ກັນຍາ 2018, ເຊິ່ງການຈາກໄປຂອງສະຫາຍ ເປັນການສູນເສຍອັນໃຫຍ່ຫຼວງ ຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍ ນ້ອງ.
ໃນນາມສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສະແດງຄວາມເສຍໃຈ, ເຫັນອົກເຫັນໃຈຢ່າງສຸດຊື້ງ ແລະ ຂໍແບ່ງປັນຄວາມທຸກໂສກໂດຍຜ່ານສະຫາຍໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ໂດຍສະເພາະຕໍ່ຄອບຄົວຂອງສະຫາຍ ເຈີ່ນດ້າຍ ກວາງ.
ຂໍໃຫ້ດວງວິນຍານຂອງສະຫາຍ ເຈີ່ນດ້າຍ ກວາງ ຈົ່ງໄປສູ່ສຸຂະຕິເຖິ້ນ."
(ຫັດທະບູນ)