10:30 | 26/12/2019

ອາ​ເມ​ລິ​ກາ ລົງ​ນາມ​ໃນຂໍ້​ຕົກ​ລົງ​ການ​ຄ້າໄລ​ຍະ 1 ກັບ ສ​ປ.ຈີນ

ອາ​ເມ​ລິ​ກາ ລົງ​ນາມ​ໃນຂໍ້​ຕົກ​ລົງ​ການ​ຄ້າໄລ​ຍະ 1 ກັບ ສ​ປ.ຈີນ

ທ່ານປະທານາທິບໍດີ Donald Trump (ພາບ: AP)

ກ່າວຄຳເຫັນກັບວົງການນັກຂ່າວ, ທ່ານປະທານາທິບໍດີ Donald Trumpໃຫ້ຮູ້ວ່າຂໍ້ຕົກລົງການຄ້າໄລຍະ 1 ລະຫວ່າງສອງປະເທດ ໄດ້ສ້າງສຳເລັດໝົດແລ້ວແລະປັດຈຸບັນພວມຢູ່ໃນຂັ້ນຕອນການແປພາສາ. ກ່ອນນັ້ນ, ທ່ານ Robert Lighthizerຜູ້ຕາງໜ້າການຄ້າອາເມລິກາໄດ້ແຈ້ງວ່າ: ຜູ້ຕາງໜ້າສອງປະເທດຈະລົງນາມຂໍ້ຕົກລົງດັ່ງກ່າວໃນອາທິດທຳອິດຂອງເດືອນມັງກອນ. ປັດຈຸບັນປັກກິ່ງ,ກໍ່ຍັງບໍ່ໄດ້ຢັ້ງຢືນບັນດາສ່ວນປະກອບຂອງຂໍ້ຕົກລົງທີ່ເຈົ້າໜ້າທີ່ ອາເມລິກາ ແຈ້ງໃຫ້. ໃນອາທິດກ່ອນນີ້, ທ່ານລັດຖະມົນຕີກະຊວງການຄ້າຈີນໃຫ້ຮູ້ວ່າ: ລາຍລະອຽດຂອງຂໍ້ຕົກລົງຈະໄດ້ປະກາດພາຍຫຼັງທີ່ໄດ້ຮັບການລົງນາມຢ່າງເປັນທາງການ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

Link: https://huunghivietlao.thoidai.com.vn/detail-article-323.html

In bài biết