09:00 | 10/08/2018

ຫວຽດນາມ ມອບເງິນ 10.000 ໂດລາ ຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ ອັດຕະປື

ທ່ານນາງ ຮສຈ.ປອ ເຈິ່ນ ທິຢາງເຮືອງ ໄດ້ສະ​ແດງ​ຄວາມ​ເຫັນ​ໃຈ ​ແລະຂໍແບ່ງເບົາຄວາມທຸກ​ໂສກຕໍ່ການສູນເສຍທາງ​ດ້ານ​ຊັບ​ສິນ ​ແລະຊີວິດຂອງ​ປະຊາຊົນໃນ​ເຫດການໄພພິບັດຈາກ​ເຂື່ອນ​ເຊ​ປຽນ-​ເຊ​ນ້ຳ​ນ້ອຍຢູ່ແຂວງອັດຕະປື, ພ້ອມຢືນຢັນວ່າກະຊວງສາທາລະນະສຸກຫວຽດນາມ ພ້ອມທີ່ຈະໃຫ້ການຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທີ່ເກີດຂຶ້ນໂດຍການສົ່ງພະນັກງານ, ອຸປະກອນການແພດ ແລະຢາປິ່ນປົວພະຍາດເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະຜົນກະທົບຈາກໄພພິບັດໃນຄັ້ງນີ້ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຫວຽດນາມ ມອບເງິນ 10.000 ໂດລາ ຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ ອັດຕະປື

ຫວຽດນາມ ມອບເງິນ 10.000 ໂດລາຊ່ວຍເຫລືອຜູ້ປະສົບໄພພິບັດຢູ່ອັດຕະປື. (ພາບ: ຂປລ)

ທ່ານ ວຽງໄຊ ດາລາແສນ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ໂດຍສະເພາະແມ່ນ ກະຊວງສາທາລະນະສຸກ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອ​ແກ່​ປະຊາຊົນ​ທີ່​ປະສົບເຄາະ​ຮ້າຍຈາກໄພພິບັດທີ່ເກີດຂຶ້ນຢູ່ແຂວງອັດຕະປື ແລະ ຈະນຳເອົາເງິນຊ່ວຍເຫຼືອຄັ້ງນີ້ໄປນຳໃຊ້ເຂົ້າໃນການແກ້ໄຂໄພພິບັດໃຫ້ມີປະສິດທິຜົນສູງສຸດ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3229.html

In bài biết