15:56 | 23/08/2018

ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ບໍລິຈາກເງິນຊ່ວຍເຫຼືອ ລາວ ຈາກເຫດການຄູກັ້ນນຳ້ແຕກ

ສະຖານທູດຫວຽດນາມ ປະຈຳ ຣັດເຊຍ ບໍລິຈາກເງິນຊ່ວຍເຫຼືອ ລາວ ຈາກເຫດການຄູກັ້ນນຳ້ແຕກ

ພະນັກງານສະຖານທູດຫວຽດນາມ ລະດົມເງິນບໍລິຈາກໃຫ້ປະຊາຊົນລາວຜູ້ປະສົບໄພິບັດ. (ພາບ:nhandan.com.vn)

ເຂົ້າຮ່ວມໃນພິທີລະດົມທືນຄັ້ງນີ້ປະກອບມີ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຫວຽວດນາມ ປະຈຳສະຫະພາບ ຣັດເຊຍ ໂງດືກແມັ້ງ ພ້ອມທັງພະນັກງານ, ລັດຖະກອນສະຖານທູດ , ບັນດາອົງການຕ່າງໜ້າ, ສຳນັກຂ່າວ, ສື່ມວນຊົນຫວຽດນາມ ຢູ່ ສະຫະພາບຣັດເຊຍ. ພາຍໃນພິທີ ລະດົມຄັ້ງນີ້ ທ່ານທີ່ປຶກສາທູດ ຫງວ໋ຽນກວິ່ງມາຍ ຍົກໃຫ້ເຫັນມູນເຊື້ອແຫ່ງສາຍພົວພັນມິດຕະພາບຫວຽດນາມ ຄວາມສາມັກຕີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດ-ລາວ; ຜູ້ນຳຂັ້ນສູງ ກະຊວງການຕ່າງປະເທດ ທັງພະນັກງານ, ຂະແໜງການ, ທ້ອງຖິ່ນ ຫວຽດນາມ ກໍ່ໄດ້ ແລະ ກຳລັງປະສານສົມທົບຈັດຕັ້ງການເຄື່ອນໄຫວຊ່ວຍເຫຼືອ ປະຊາຊົນລາວອ້າຍນ້ອງ.

ທີ່ການລະດົມທືນເພື່ອບໍລິຈາກໃຫ້ພໍ່ແມ່ປະຊາຊົນຄັ້ງນີ້ ພະນັກງານທຸກທົ່ວໜ້າຂອງ ສະຖານທູດຫວຽດນາມ ປະຈຳ ສະຫະພາບ ຣັດເຊຍ ໄດ້ບໍລິຈາກ ເງິນເດືອນພະນັກງານຈຳນວນ ໜື່ງມື້້ ໃຫ້ແກ່ປະຊາຊົນລາວ ທີ່ປະສົບໄພພິບັດ ຢູ່ແຂວງອັດຕະປຶ ແກ້ໄຂ-ບັນເທົາທຸກ ຈາກເຫດການດັ່ງກ່າວ ແລະ ເຮັດໃຫ້ຊີວິດການເປັນຢູ່ກັບມາຢູ່ໃນສະພາບເດີມໂດຍໄວ.

ຈຳນວນເງິນບໍລິຈາກຈະຖືກສົ່ງຜ່ານ ກຳມະບານ ກະຊວງການຕ່າງປະເທດຫວຽດນາມ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3227.html

In bài biết