10:37 | 31/08/2018

ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສອນ ໂຮ່ຈີ໋ມິງ

ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສອນ ໂຮ່ຈີ໋ມິງ

ຄະນະສະພາອຸດສາຫະກຳ ແລະ ການຄ້າ ແຂວງສະຫວັນເຂດ ແລະ ອົງການຕ່່າງໆອ້ອມຂ້າງແຂວງ ເຂົ້າວາງກະຕ່າດອກໄມ້ ທີ່ອານຸສອນສະຖານ ໂຮ່ຈີ໋ມິງ.

ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງ ສ.ສ ຫວຽດນາມ ຄົບຮອບ 73 ປີ (02/9/1945-02/9/2018). ຄະນະ ສະພາ ອຸດສາຫະກຳ-ການຄ້າ ແຂວງສະຫວັນນະເຂດ ບັນດາຫ້ອງການອ້ອມຂ້າງແຂວງ ພໍ່ແມ່ປະຊາຊົນລາວເຊື້ອສາຍຫວຽດນາມ ແລະ ນັກທຸລະກິດອ້ອມຂ້າງແຂວງ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສອນສະຖານ ໂຮ່ຈີ໋ມິງ.

ເພື່ອເປັນການສະແດງເຖິງ ມູນເຊື້ອສາຍສຳພັນມິດຕະພາບ ລະຫ່ວາງ ສອງຊາດ ລາວ-ຫວຽດນາມ ທີ່ມີມາຢ່າງຍາວນານ, ສະແດງຄວາມພາກພູມໃຈຕໍ່ຜົນງານ
ທີ່ທັງສອງປະເທດ ຫວຽດນາມ – ລາວ ຍາດມາໄດ້ ບົນພື້ນຖານສາຍພົວພັນມິດຕະພາບ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ລາວ-ຫວຽດນາມ ແລະ ປີນີ້ ການນຳຂັ້ນສູງຂອງສອງພັກ ສອງລັດ ກໍໄດ້ມີການພົບປະກັນຢ່າງເປັນປະຈຳ ສອງປະເທດພວກເຮົາເຊື່ອໜັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອສະໜິດແໜ້ນ ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງ ສອງພັກ ສອງລັດ ປະຊາຊົນສອງຊາດ ຫວຽດນາມ-ລາວ ເວົ້າລວມ ສະຫວັນນະເຂດ ແລະ ບັນດາແຂວງ ຂອງຫວຽດນາມ ເວົ້າສະເພາະ ຈະໝັ້ນຄົງຂະໜົງແກ່ນຕະຫລອດການ.

ກອ່ນໜ້ານັ້ນ ບັນດາການນຳຂັ້ນແຂວງ ກໍ່ຄືບັນຫ້ອງການ ອົງການຕ່າງໆ ອ້ອມຂ້າງແຂວງ ກໍ່ໄດ້ເຂົ້າວາງກະຕ່າດອກໄມ້ ທີ່ ອານຸສອນສະຖານ ໂຮ່ຈີ໋ມິງ.

ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສອນ ໂຮ່ຈີ໋ມິງ


ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສອນ ໂຮ່ຈີ໋ມິງ


ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສອນ ໂຮ່ຈີ໋ມິງ


ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສອນ ໂຮ່ຈີ໋ມິງ


ສະພາການຄ້າ ແລະ ອຸດສາຫະກຳ ແຂວງສະຫວັນເຂດ ເຂົ້າວາງກະຕ່າດອກໄມ້ ຢູ່ ອານຸສອນ ໂຮ່ຈີ໋ມິງ

ບັນດາພະນັກງານ ຫ້ອງການ ອ້ອມຂ້າງແຂວງເຂົ້າຮ່ວມງານວາງ ກະຕ່າດອກໄມ້ ທີ່ອານຸສອນສະຖານ ໂຮ່ຈີ໋ມິງ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3224.html

In bài biết