08:15 | 31/07/2018

ທະຫານເຂດ 5 ສົມທົບກັນຊອກຫາຜູ້ຫາຍສາບສູນ ແລະໜູນຊ່ວຍປະຊາຊົນຢູ່ເຂດຖືກປະສົບເຄາະຮ້າຍຈາກເຂື່ອນໄຟຟ້າແຕກ ຢູ່ລາວ

ກອງບັນຊາການທະຫານເຂດ 5 ກໍ່ໄດ້ຊີ້ນໍາກອງບັນຊາການທະຫານແຂວງກອນຕຸມ ແລະ ແຂວງກວາງນາມ, ກອງພົນນ້ອຍຊ່າງແສງ 270 ກະກຽມກໍາລັງ, ພາຫະນະກຽມພ້ອມເຄື່ອນທີ່ເມື່ອມີຄໍາສັ່ງຂອງຂັ້ນເທິງ ເພື່ອສົມທົບກັບບັນດາກໍາລັງປະເທດເພື່ອນມິດແກ້ໄຂຜົນຮ້າຍຢ້ອນຫຼັງ.


ທະຫານເຂດ 5 ສົມທົບກັນຊອກຫາຜູ້ຫາຍສາບສູນ ແລະໜູນຊ່ວຍປະຊາຊົນຢູ່ເຂດຖືກປະສົບເຄາະຮ້າຍຈາກເຂື່ອນໄຟຟ້າແຕກ ຢູ່ລາວ

ຄະນະອໍານວຍການບໍລິສັດມິດຕະພາບພາກໃຕ້ລາວຈໍາກັດຜູ້ດຽວ ມອບເງິນຈໍານວນ 100 ລ້ານດົ່ງ ແກ່ແຂວງ ອັດຕະປື . (ພາບ: qdnd.vn)

ກ່ອນໜ້ານັ້ນ, ຫຼັງຈາກເກີດເຫດເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ, ວັນທີ 24 ກໍລະກົດ, ກອງບັນຊາການທະຫານເຂດ 5 ໄດ້ມອບເງິນຈໍານວນ 200 ລ້ານດົ່ງໃຫ້ແກ່ຄະນະພັກແຂວງອັດຕະປື, ບໍລິສັດມິດຕະພາບພາກໃຕ້ລາວຈໍາກັດຜູ້ດຽວ (ທະຫານເຂດ 5) ສະຫງວນເງິນ 50 ລ້ານດົ່ງເພື່ອຊື້ເຄື່ອງຊ່ວຍເຫຼືອ ລວມມີ: ສະບຽງອາຫານ, ທັນຍາຫານ, ນໍ້າດື່ມໃຫ້ແກ່ພໍ່ແມ່ປະຊາຊົນຢູ່ເຂດປະສົບກັບໄພພິບັດ.

ທະຫານເຂດ 5 ສົມທົບກັນຊອກຫາຜູ້ຫາຍສາບສູນ ແລະໜູນຊ່ວຍປະຊາຊົນຢູ່ເຂດຖືກປະສົບເຄາະຮ້າຍຈາກເຂື່ອນໄຟຟ້າແຕກ ຢູ່ລາວ

ບັນດາແພດໝໍ ຂອງບໍລິສັດມິດຕະພາບພາກໃຕ້ລາວຈໍາກັດຜູ້ດຽວ ກວດພະຍາດໃຫ້ແກ່ປະຊາຊົນຢູ່ເຂດປະສົບກັບໄພພິບັດ. (ພາບ: qdnd.vn)

ຄິດໄລ່ຮອດເວລາ 21 ໂມງຕອນຄໍ່າວັນທີ 27 ກໍລະກົດ, ຄະນະປະຕິບັດງານຂອງທະຫານເຂດ 5 ໄດ້ສົມທົບກັບກໍາລັງປະກອບອາວຸດແຂວງອັດຕະປື ຊອກເຫັນຜູ້ລອດຊີວິດ 19 ຄົນ ແລະໄດ້ນໍາໄປສູນສາທາລະນະສຸກ ເມືອງຊານໍ້າໄຊ ເພື່ອປະຖົມພະຍາບານ, ປິ່ນປົວ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3218.html

In bài biết