18:34 | 02/08/2018

ສະມາຄົມຊາວຫວຽດນາມ ອຸດົມໄຊ ບໍລິຈາກເງິນໜູນຊ່ວຍປະຊາຊົນລາວ

ທ່ານ ຄຳພຽງ ຢາຈົງວາ ຜູ້ຮັກສາການເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ; ການນໍາບໍລິສັດຮ່ວມມືສາກົນ 705 ແລະໜ່ວຍທ້ອນໂຮມອັດຖິ ແລະຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດທະຫານເຂດ 2 ພ້ອມດ້ວຍປະຊາຄົມຊາວຫວຽດນາມ ກໍາລັງດໍາລົງຊີວິດ, ຮໍ່າຮຽນ, ປະຕິບັດງານຢູ່ທ້ອງຖິ່ນເຂົ້າຮ່ວມ.


ສະມາຄົມຊາວຫວຽດນາມ ອຸດົມໄຊ ບໍລິຈາກເງິນໜູນຊ່ວຍປະຊາຊົນລາວ

ປະທານສະມາຄົມຊາວຫວຽດນາມແຂວງອຸດົມໄຊ ປຸກລະດົມ, ຂົນຂວາຍ, ບໍລິຈາກເພື່ອຊ່ວຍເຫຼືອປະຊາຊົນແຂວງອັດຕະປື. (ພາບ: ຊວນມາຍ)

ຕາງໜ້າພັກ, ລັດ ແລະປະຊາຊົນລາວ ເວົ້າລວມ, ປະຊາຊົນແຂວງອັດຕະປື ເວົ້າສະເພາະ, ທ່ານ ຄຳພຽງ ຢາຈົງວາ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອທີ່ເຕັມໄປດ້ວຍນໍ້າໃຈຖານສະຫາຍອ້າຍນ້ອງຂອງປະຊາຄົມຊາວຫວຽດນາມຢູ່ທ້ອງຖິ່ນ, ໃນນັ້ນ, ມີພະນັກງານ, ພາລະກອນບໍລິສັດຮ່ວມມືສາກົນ 705 ແລະໜ່ວຍທ້ອນໂຮມອັດຖິ ແລະຂຸມຝັງສົບນັກຮົບເສຍສະຫຼະຊີວິດເພື່ອຊາດທະຫານເຂດ 2 ໄດ້ຊ່ວຍເຫຼືອປະຊາຊົນລາວ, ໂດຍສະເພາະແມ່່ນປະຊາຊົນຢູ່ເຂດຖືກເສຍເຫຍຈາກອຸບັດເຫດເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກຜ່ານຜາຄວາມຫຍຸ້ງຍາກ, ບືນຕົວຂຶ້ນເຮັດໃຫ້ຊີວິດເປັນປົກກະຕິ.

ທີ່ພິທີປຸກລະດົມ, ຄະນະຈັດຕັ້ງໄດ້ຮັບບໍລິຈາກໂສ້ງເສື້ອຫຼາຍຜືນ, ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ການດຳລົງຊີວິດປະຈຳວັນ ແລະເງິນກວ່າ 65 ລ້ານກີບ.

ເຄື່ອງຊ່ວຍເຫຼືອ ແລະເງິນຈຳນວນດັ່ງກ່າວໂດຍແມ່ນສະມາຄົມຊາວຫວຽດນາມອາໄສຢູ່ແຂວງອຸດົມໄຊ ໄດ້ມອບໃຫ້ຄະນະຂົນຂວາຍບໍລິຈາກ, ກູ້ຊ່ວຍຂອງທ້ອງຖ່ິນສົ່ງໄປຊ່ວຍເຫຼືອປະຊາຊົນຢູ່ເຂດຖືກເສຍຫາຍຈາກອຸບັດເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກໃນໄລຍະເວລາໄວທີ່ສຸດ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3212.html

In bài biết