ເພີ່ມທະວີຄວາມມານະພະຍາຍາມຮັບປະກັນຄວາມປອດໄພໃຫ້ແຮງງານອົບພະຍົບ
ຕອນບ່າຍວັນທີ 28 ຕຸລາ (ຕາມເວລາ) ທ້ອງຖິ່ນ, ທ້າວ Maurice Robinson, ອາຍຸ 25 ປີ - ເຊິ່ງເປັນຄົນຂັບລົດຕູ້ container ແຊ່ເຢັນ ໃນນັ້ນມີສາກສົບ 39 ສົບ ໂດຍໄດ້ພົບເຫັນຢູ່ລັດ Essex, ປະເທດອັງກິດນັ້ນ ໄດ້ປະກົດຕົວຢູ່ສານອາຍາສານຂັ້ນຕົ້ນ Chelmsford ຜ່ານທາງວີດີໂອໂດຍກົງທາງເຄືອຂ່າຍອິນເຕີເນັດ. ປັດຈຸບັນ, ຕໍາຫຼວດອັງກິດ ຍັງຄົງດໍາເນີນການສັນລະສູດ, ຢ້ັງຢືນ ແລະ ກໍານົດຊື່ນາມສະກຸນຂອງຜູ້ປະສົບເຄາະຮ້າຍ 39 ຄົນນັ້ນ.
![]() |
ພາບປະກອບ
ທ່ານ Chang – Hee Lee ຜູ້ອໍານວຍການອົງການແຮງງານສາກົນ ປະຈໍາ ຫວຽດນາມ ໃຫ້ຮູ້ວ່າ, ເມື່ອສິດຂອງແຮງງານອົບພະຍົບໄດ້ຮັບຄວາມເຄົາລົບນັບຖື ແລະ ການອົບພະຍົບຂອງເຂົາເຈົ້າມີຄວາມປອດໄພນັ້ນ, ຍາດຕິພີ່ນ້ອງ, ຄອບຄົວ ແລະ ທັງສັງຄົມ ອາດຈະໄດ້ຮັບຜົນປະໂຫຍດຈາກແຫຼ່ງລາຍຮັບທີ່ຊາວຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດສົ່ງກັບມາປະເທດ ກໍຄືຍົກສູງທັກສະ, ສີມືແຮງງານ.
ສະເພາະປີ 2019 ມີຊາວຜູ້ອອກແຮງງານໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ ແມ່ນປະມານ 142.000 ຄົນ. ຕາມການຄາດຄະເນຂອງລັດຖະບານແລ້ວ, ແຮງງານອົບພະຍົບ ໄດ້ຝາກເງິນກັບມາປະເທດ ປະມານ 2,5 – 3 ຕື້ USD ຕໍ່ປີ. ອົງການແຮງງານສາກົນ ກໍສະເໜີແນະໃຫ້ລັດຖະບານຫວຽດນາມວ່າ ຕ້ອງປັບປຸງກອບນິຕິກໍາ ກ່ຽວກັບບັນຫາແຮງງານອົບພະຍົບ ແລະ ຊ່ວຍໃຫ້ຊ່ອງທາງຂອງການອົບພະຍົບຖືກຕ້ອງກັບສະພາບຄວາມເປັນຈິງ, ມີຄວາມດຶງດູດໃຈປະຊາຊົນຫຼາຍກວ່າ.
ຕອນບ່າຍວັນທີ 28 ຕຸລາ 2019, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ຂອງພົນລະເມືອງຫວຽດນາມ. ຮ່າງກົດໝາຍສະບັບດັ່ງກ່າວ ໄດ້ປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ຮ່າງກົດໝາຍທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາໃນຄັ້ງນີ້ ລວມມີ 8 ພາກ, 52 ມາດຕາ, ກໍານົດກ່ຽວກັບການເຂົ້າ-ອອກເມືອງ ຂອງພົນລະເມືອງຫວຽດນາມ; ໜ້າທີ່ຄວາມຮັບຜິດຊອບຂອງອົງການຄຸ້ມຄອງລັດກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ອົງການ, ສ່ວນບຸກຄົນທີ່ກ່ຽວຂ້ອງ.
(ໄຊພອນ)