16:35 | 03/09/2019

ແນວລາວສ້າງຊາດແຂວງ ແລະ ແນວໂຮມຊ​າ​ດຫວຽດນາມ ຮ່ວມມືການສຶກສາ-ຂົນຂວາຍ ປະຊາຊົນຮັບຮູ້ລະບຽບກົດຫມາຍ

ແນວລາວສ້າງຊາດແຂວງ ແລະ ແນວໂຮມຊ​າ​ດຫວຽດນາມ ຮ່ວມມືການສຶກສາ-ຂົນຂວາຍ ປະຊາຊົນຮັບຮູ້ລະບຽບກົດຫມາຍ

ການພົວພັນ ແລະ ຮ່ວມມື ລະຫວ່າງ ແນວລາວສ້າງຊາດແຂວງສະຫວັນນະເຂດ ແລະ ແນວໂຮມແຫ່ງຊາດປະເທດຫວຽດນາມ ແຂວງກວາງຈິ.(ພາບ:ສະຫວັນພັດທະນາຂ່າວ)

ຈາກການຕີລາຄາຊີ້ໃຫ້ເຫັນວ່າ:ການພົວພັນຮ່ວມມື ສະຫວັນນະເຂດ-ກວາງຈິ,ກວາງຈິ-ສະຫວັນນະເຂດເຫັນວ່ານັບມື້ນັບກ້າວເຂົ້າສູ່ລວງເລິກເຊິ່ງມັນສະແດງ:ໃນແຕ່ລະປີການນໍາທັງສອງແຂວງລວມທັງສອງອົງການແນວໂຮມສະຫວັນນະເຂດ-ກວາງຈິແລະພະແນກການຕ່າງໆກໍ່ໄດ້ມີການຜັດປ່ຽນຢ້ຽມຢາມແລກປ່ຽນບົດຮຽນເຊິ່ງກັນແລະກັນພ້ອມນີ້ແຂວງກວາງຈິກໍ່ຍັງໄດ້ໃຫ້ການຊ່ວຍເຫລືອໃນດ້ານຕ່າງໆເປັນຕົ້ນ: ດ້ານງົບປະມານເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ,ວຽກງານສາທາລະນະສຸກ,ແລະວຽກງານສຶກສາຢູ່ບໍລິເວນຊາຍແດນມູນຄ່າ 2 ຕື້ດົງຕໍ່ປີໃນຊ່ວງໄລຍະ ປີ 2017-2019 ແລະ ວຽກງານກໍ່ສ້າງພັດທະນາບຸກຄະລາກອນອລະອື່ນໆ...

ເພື່ອເສີມຂະຫຍາຍຄວາມສາມັກຄີການພົວພັນຮ່ວມມືລະຫວ່າງສອງອົງການແນວລາວສ້າງຊາດແຂວງສະຫວັນນະຂດກັບແນວໂຮມແຫ່ງຊາດປະເທດຫວຽດນາມແຂວງກວາງຈິໃຫ້ກ້າວເຂົ້າສູ່ລວງເລິກແລະເພີ່ມພູນຄູນສ້າງຍິ່ງຂຶ້ນໂດຍທັງສອງຝ່າຍຈະສືບຕໍ່ຮ່ວມກັນຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມສາກົນເສີມສ້າງຊາຍແດນສັນຕິພາບ,ມິດຕະພາບທີ່ທັງສອອົງການຄື:ສູນກາງແນວລາວສ້າງຊາດແລະແນວໂຮມແຫ່ງຊຫວຽດນາມທີ່ໄດ້ລົງນາມຮ່ວມກັນ,ສຶກສາອົບຮົມ,ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າທີ່ດໍາລົງຊີວິດລຽບຕາມຊາຍແດນ,ໄດ້ຮັບຮູ້ແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ລະບຽບກົດໝາຍກໍ່ຄືຮີດຄອງປະເພນີຂອງສອງປະເທດເປັນຕົ້ນ:ບັນຫາການຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ການແຕ່ງງານທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ບໍລີເວນຊາຍແດນລາວ-ຫວຽດນາມ,ຈາກນັ້ນທາງສອງຝ່າຍຈະສືບຕໍ່ຊຸກຍູ້ຄະນະພັກ,ອໍານາດການປົກຄອງເມືອງ,ບ້ານທີ່ມີຊາຍແດນຕິດຈອດຂອງສອງແຂວງໄດ້ເສີມຂະຫຍາຍການແຮກສ່ຽວແບບບ້ານຕໍ່ບ້ານແນໃສ່ເພື່ອປົກປັກຮັກສາເຂດຊາຍແດນໃຫ້ມີຄວາມສະຫງົບທາງດ້ານການເມືອງ,ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ,ສາມັກຄີຊ່ວຍເຫລືອເຊິ່ງກັນແລະກັນຮ່ວມມືພ້ອມກັນພັດທະນາຢ່າງຍືນຍົງ.ສຸດທ້າຍທັງສອງຝ່າຍຈະໃຫ້ຂໍ້ມູນຂ່າວສານໃນເວລາເກີດມີຜົນກະທົບຈາກໄພທໍາມະຊາດ,ອັກຄີໄພແລະບັນຫາອື່ນໆໃນລະດັບວິຊາການລະຫວ່າງເມືອງຕໍ່ເມືອງທີ່ມີຊາຍແດນຕິດຈອດກັນເພື່ອສະເໜີໃຫ້ຄະນະພັກແລະອໍານາດດານປົກຄອງຂອງຕົນຄົ້ນຄວ້າຊ່ວຍເຫລືອຢ່າງທັນການ.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

Link: https://huunghivietlao.thoidai.com.vn/detail-article-3208.html

In bài biết