ກອງປະຊຸມພົບປະ ແລະ ເຊັນບົດບັນທຶກຊ່ວຍຈຳການຮ່ວມມື
ການນຳສານປະຊາຊົນສອງປະເທດໄດ້ຮ່ວມເຊັນບົດບັນທຶກການຮ່ວມມື.
່ໃນການຢ້ຽມຢາມ ແລະ ເຮັດວຽກ ຂອງສານປະຊາຊົນແຂວງຄຳມ່ວນແມ່ນຢູ່ໃນຂອບເຂດລາຍການຮ່ວມມື ລະຫວ່າງ ສານປະຊາຊົນສູງສຸດຫວຽດນາມ ແລະ ລາວ, ເພື່ອແນໃສ່ຮັດແໜ້ນສາຍພົວພັນສາມັກຄີ, ມິດຕະພາບ ລະຫວ່າງ ສານປະຊາຊົນ ສອງແຂວງ ໃນວຽກງານການຕໍ່ສູ້, ປ້ອງກັນ, ຕັດສິນຄະດີອາຍາ ແລະ ປະຕິບັດໜ້າທີ່ຕາມກົດໝາຍ.
ນີ້ແມ່ນໂອກາດເພື່ອເຮັດໃຫ້ສານປະຊາຊົນສອງແຂວງ ປຶກສາຫາລື, ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການຕົວຈິງໃນການຕັດສິຄະດີ, ປະກອບສ່ວນຍົກສູງປະສິດທິຜົນຂອງການຕໍ່ສູ້, ຕ້ານ-ສະກັດກັ້ນ ແລະ ຕັດສິນຄະດີອາດຊະຍາກຳ ຂ້າມຊາດ.
ນອກຈາກນີ້, ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສານປະຊາຊົນຂອງທັງສອງຝ່າຍໄດ້ເຂົ້າໃຈກ່ຽວກັບວັດທະນະທຳ ແລະ ຮີດຄອງປະເພນີຂອງສອງທ້ອງຖິ່ນ, ເພື່ອຮັບໃຊ້ວຽກງານການຕັດສິນ, ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມດ້ານກົດໝາຍ ໃຫ້ປະຊາຊົນໃນເຂດຊາຍແດນ. .
ທີ່ກອງປະຊຸມ, ການນຳ ສປຊ ສອງແຂວງ ໄດ້ແລກປ່ຽນ ແລະ ສະໜອງຂໍ້ມູນ ກ່ຽວກັບໂຄງຮ່າງການຈັດຕັ້ງຂອງ ສປຊ ສອງປະເທດ; ສະຫຼຸບລາຍງານໂດຍຫຍໍ້ກ່ຽວກັບ ໝາກຜົນອັນພົ້ນເດັ່ນທີ່ສານປະຊາຊົນສອງປະເທດບັນລຸໄດ້ໃນ 8 ເດືອນ ຕົ້ນປີ 2019, ພ້ອມທັງປຶກສາຫາລືກ່ຽວກັບຄວາມຫຍຸ້ງຍາກ, ສິ່ງກີດຂວາງຕ່າງໆໃນການເຄື່ອນໄຫວຕຸລາການ, ພິເສດແມ່ນຄະດີທີ່ກ່ຽວຂ້ອງເຖິງພົນລະເມືອງຂອງສອງແຂວງ.
ໂດຍອີງໃສ່ເນື້ອໃນ ແລະ ກົນໄກການຮ່ວມມືທີ່ສານປະຊາຊົນຂອງສອງປະເທດໄດ້ໃຫ້ຄຳໝັ້ນສັນຍາ, ການນຳ ສານປະຊາຊົນສອງປະເທດ ເຫັນວ່າ: ສອງຝ່າຍຈະສືບຕໍ່ເພີ່ມທະວີຄວາມເຂົ້າໃຈດ້ານກົດໝາຍ, ວັດທະນະທຳດ້ານຕຸລາການ ຂອງແຕ່ລະຝ່າຍ; ສົ່ງເສີມການໂຄສະນາເຜີຍແຜ່, ການສຶກສາ ແລະ ການເຜີຍແຜ່ກົດໝາຍ ເພື່ອສ້າງຈິດສຳນຶກໃຫ້ປະຊາຊົນໃນເຂດຊາຍແດນຂອງສອງແຂວງ ດ້ານກົດໝາຍ; ແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບການຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດຢ່າງທັນການ; ຈັດຕັ້ງປະຕິບັດຂໍ້ກຳນົດກ່ຽວກັບການຮ່ວມມືໃນການຊ່ວຍເຫຼືອດ້ານກົດໝາຍ ເຊິ່ງກັນ ແລະກັນ ໃນການຄວບຄຸມຕົວ ແລະ ການມອບສິດດ້ານກົດໝາຍ; ເພີ່ມທະວີການຊ່ວຍເຫຼືອ ຂົງເຂດຄະດີອາຍາ, ຕໍ່ສູ້ຕ້ານ-ສະກັດກັ້ນ ແລະ ການຕັດສິນຄະດີ ກ່ຽວກັບອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນຄະດີກ່ຽວກັບຢາເສບຕິດ ແລະ ແພ່ງ, ປະກອບສ່ວນຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພພາຍໃນຂົງເຂດ, ກໍ່ຄືບັນດາທ້ອງຖິ່ນຕາມແນວຊາຍແດນຂອງສອງແຂວງ.
(ຫັດທະບູນ)