ຄະນະຜູ້ແທນສະພາປະຊາຊົນແຂວງອຸດົມໄຊ ຢ້ຽມຢາມແລະເຮັດວຽກ ຢູ່ແຂວງເຊີນລາ
ຄະນະປະຈຳສະພາປະຊາຊົນແຂວງເຊີນລາ ເຮັດວຽກຮ່ວມກັບຄະນະຜູ້ແທນສະພາປະຊາຊົນແຂວງອຸດົມໄຊ (ສປປ ລາວ).(ພາບ:baosonla.org.vn)
ທີ່ການພົບປະເຮັດວຽກ, ສະຫາຍ ບຸ່ຍ ມິງ ເຊີນ ໄດ້ສະຫຼຸບລາຍງານໃຫ້ຄະນະຜູ້ແທນແຂວງອຸດົມໄຊ ຊາບກ່ຽວກັບສະພາບການເມືອງ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາປະຊາຊົນແຂວງເຊີນລາ. ຈາກນັ້ນ, ສະພາປະຊາຊົນແຂວງເຊີນລາ ຊຸດທີ XIV, ສະໄໝ 2016-2021 ມີຜູ້ແທນຈຳນວນ 72 ຄົນ; ແບ່ງອອກເປັນ 12 ໜ່ວຍ, ອີງຕາມ 12 ໜ່ວຍງານປົກຄອງບໍລິຫານຂັ້ນເມືອງຂອງແຂວງເຊີນລາ. ສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈຳສະພາປະຊາຊົນແຂວງ ຍາມໃດກໍ່ມີການປັບປຸງປ່ຽນແປງໃໝ່, ຍົກສູງຄຸນນະພາບຂອງປະສິດທິພາບການດຳເນີນງານ, ຮັບປະກັນການປະຕິບັດໜ້າທີ່ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. ມາຮອດປະຈຸບັນ, ສະພາປະຊາຊົນແຂວງ ໄດ້ຈັດຕັ້ງກອງປະຊຸມຕ່າງໆ ຈຳນວນ 10 ຄັ້ງ, ຜ່ານມະຕິຕົກລົງ ຈຳນວນ 249 ສະບັບ; ຈັດຕັ້ງການຕິດຕາມກວດກາ 151 ຄັ້ງ ແລະ ພົບປະກັບຜູ້ມີສິດເລືອກຕັ້ງຈຳນວນ 280 ຄັ້ງ, ປະກອບມີປະຊາຊົນຜູ້ມີສິດເລຶອກຕັ້ງເຂົ້າຮ່ວມຈຳນວນ 20.013 ຄົນ... ສະຫາຍ ບຸ່ຍ ມິງ ເຊີນ ຫວັງເປັນຢ່າງຍິ່ງວ່າ ໃນໄລຍະທີ່ຈະມາເຖິງ, ແຂວງເຊີນລາ ແລະ ແຂວງອຸດົມໄຊ ສືບຕໍ່ປຶກສາຫາລື, ຮຽນຮູ້ປະສົບການ ແລະ ເພີ່ມທະວີການຮ່ວມມືຮອບດ້ານໃນທຸກຂົງເຂດ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍນ້ຳໃຈສາມັກຄີມິດຕະພາບ ພິເສດ ຫວຽດນາມ-ລາວ.
ຄະນະຜູ້ແທນທີ່ມາຈາກສອງແຂວງ ໄດ້ແລກປ່ຽນປະສົບການໃນການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງເຊັ່ນ: ການປະກາດນຳໃຊ້ເອກະສານຕ່າງໆໃນການຮັບໃຊ້ການເຄື່ອນໄຫວຂອງສະພາປະຊາຊົນແຂວງ; ປະຕິບັດໜ້າທີ່ຕິດຕາມຄວບຄຸມ ແລະ ປະສົບການໃນການເຄື່ອນໄຫວຕິດຕາມກວດກາ; ການເຄື່ອນໄຫວຂອງບັນດາຫ້ອງການສະພາປະຊາຊົນແຂວງ; ປະສົບການໃນການປະເມີນຜົນການປະຕິບັດວຽກງານຂອງຜູ້ດຳລົງຕຳແໜ່ງໂດຍສະພາປະຊາຊົນເປັນຜູ້ເລືອກ. ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບທິດທາງ, ໜ້າທີ່, ຍົກສູງຄຸນນະພາບຂອງການປະສານງານໃນຕໍ່ໜ້າ.
ຕາງໜ້າຄະນະຜູ້ແທນສະພາປະຊາຊົນແຂວງອຸດົມໄຊ, ທ່ານ ບຸນລອດ ອ່ອນພະຈັນ ໄດ້ສະແດງຄຳຂອບອົກຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດຂອງການນຳແຂວງເຊີນລາ. ພ້ອມດຽວກັນນີ້, ທ່ານຍັງໄດ້ກ່າວວ່າ ການຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະພາປະຊາຊົນແຂວງເຊີນລາ ນີ້ແມ່ນມີຄວາມໝາຍຄວາມສຳຄັນ, ແມ່ນໂອກາດເພື່ອໃຫ້ສະພາປະຊາຊົນແຂວງອຸດົມໄຊ ໄດ້ຮັບການແລກປ່ຽນ ແລະ ຮຽນຮູ້ປະສົບການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ພາລະກິດ ແລະ ສິດໜ້າທີ, ປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນຂອງສະພາປະຊາຊົນ. ຍ້ອນແນວນັ້ນ, ເພີ່ມພູນຄູນສ້າງຕື່ມຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງແຂວງເຊີນລາ - ອູດົມໄຊ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.
(ຫັດທະບູນ)