22:08 | 08/08/2019

ພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢູ່ຊາຍແດນຫວຽດນາມ - ລາວ

ບ້ານເຊຊາບເປັນບ້ານທີ່ມີຄວາມຫຍຸ້ງຍາກໂດຍສະເພາະ ຂອງເມືອງ ກາຫຼຶມ, ຕັ້ງຢູ່ຕິດກັບຊາຍແດນເມືອງ ອາ ເລື້ອຍ, ແຂວງ ເທື່ອທຽນເຫວ້, ການສັນຈອນບໍ່ສະດວກ, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ… ໃນຊຸມປີທີ່ຜ່ານມາ, ບ້ານເຊຊາບ ໄດ້ຮັບຄວາມເອົາໃຈໃສ່ ແລະ ການສະໜັບສະໜູນ ເປັນພິເສດຈາກທຸກລະດັບ ແລະ ອຳນາດການປົກຄອງທຸກ ຂັ້ນ ຂອງສອງແຂວງເຊກອງ (ລາວ) ແລະ ເທື່ອທຽນເຫວ້. ມາຮອດປະຈຸບັນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ມີຄວາມກ້າວໜ້າຂຶ້ນ.

ພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢູ່ຊາຍແດນຫວຽດນາມ - ລາວ

ສູນບໍລິການດ້ານກະສິກຳ ເມືອງ ອາ ເລື້ອຍ ແລະ ຄ້າຍທະຫານປ້ອງກັນຊາຍແດນ ເຍີມ ໄດ້ມອບພັນໄກ່ ໃຫ້ແກ່ຊາວ ບ້ານເຊຊາບ. (ພາບ: bienphong.com.vn)

ໃນພິທີມອບ, ມີຕົ້ນໄມ້ໃຫ້ໝາກເກືອບ 200 ຊະນິດປະກອບມີ: ໝາກລຳໄຍ, ໝາກພຸກ ແລະ ມີໄກ່ ຈຳນວນ 460 ກວ່າອາຍຸ 1 ເດືອນໄດ້ມອບໃຫ້ຊາວບ້ານ ເພື່ອຊ່ວຍຊຸກຍູ້ພັດທະນາເສດຖະກິດຄອບຄົວ.

ພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢູ່ຊາຍແດນຫວຽດນາມ - ລາວ

ໄມ້ໃຫ້ໝາກເກືອບ 200 ຊະນິດໄດ້ມອບ ໃຫ້ແກ່ຊາວ ບ້ານເຊຊາບ. (ພາບ: bienphong.com.vn)

ນີ້ແມ່ນກິດຈະກຳ ຕົວຈິງ ທີ່ສະໜັບສະໜູນ ແລະ ຊ່ວຍເຫຼືອປະຊາຊົນຢູ່ເຂດຊາຍແດນລາວເພື່ອປັບປຸງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ດີຂື້ນ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-3195.html

In bài biết