ພິທີເຊັນສັນຍາຂັ້ນສູງ ລະຫວ່າງ ແຂວງກວ້າງຈິ ແລະ ສະຫວັນນະເຂດ, ສາລະວັນ ໄລຍະ 2020-2022
![]() |
ການນຳຂອງແຂວງກວ້າງຈິ ເຂົ້າຮ່ວມການພົບປະເຈລະຈາ.(ພາບ:ແທງຢຸງ)
![]() |
ການເຊັນລົງນາມໃນບົດບັນທຶກກອງປະຊຸມ ລະຫວ່າງສາມແຂວງ ກວ້າງຈິ - ສະຫວັນນະເຂດແລະສາລະວັນ.(ພາບ:ແທງຢຸງ)
![]() |
ເລຂາພັກແຂວງ ຫງວ໋ຽນ ວັນຮຸ່ງ ມອບຂອງທີ່ລະນຶກໃຫ້ແກ່ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ.(ພາບ:ແທງຢຸງ)
ກ່າວຄຳເຫັນທີ່ພິທີເປີດກອງປະຊຸມ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງກວ້າງຈິ ຫງວ໋ຽນ ວັນ ຮຸ່ງ ຕີລາຄາສູງ ຄວາມມານະພະຍາຍາມ ແລະ ໝາກຜົນກໍ່ຄືຜົນສຳເລັດທີ່ບັນລຸໄດ້ ໃນການຈັດຕັ້ງປະຕິບັດຂໍ້ຕົກລົງ ຮ່ວມມືໃນໄລຍະ 2017 - 2019 ຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຕ່ລະຝ່າຍ. ພ້ອມກັນນັ້ນ, ກໍ່ຢັ້ງຢືນວ່ານີ້ແມ່ນໂອກາດເພື່ອເຮັດໃຫ້ແຂວງກວ້າງຈິ, ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ຕີລາຄາກໍ່ຄືປະເມີນຄືນ ກ່ຽວກັບໝາກຜົນຂອງການຮ່ວມມື ສອງຝ່າຍຄືນໃໝ່, ຖອດຖອນບົດຮຽນກໍ່ຄືປະສົບການໃນວິວັດການ-ການຈັດຕັ້ງປະຕິບັດ ຄຳໝັ້ນສັນຍາ ລະຫວ່າງ ການນຳຂັ້ນສູງ ຂອງສາມແຂວງ. ບົນພື້ນຖານນັ້ນ, ບັນດາການນຳຂອງ 3 ແຂວງ ຈະເຫັນດີເປັນເອກະພາບເນື້ອໃນການເຊັນສັນຍາຮ່ວມມືໃນໄລຍະ 2020 - 2022 ຢ່າງຮອບດ້ານ, ຄົບຊຸດ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ການຮ່ວມມື ລະຫວ່າງແຂວງ ກວ້າງຈິ ແລະ ແຂວງສະຫວັນນະເຂດ, ສາລະວັນ.
ໃນຂອບເຂດການພົບປະເຈລະຈາ, ບັນດາຜູ້ແທນ ໄດ້ແລກປ່ຽນ ແລະ ປຶກສາຫາລືຢ່າງເລິກເຊິ່ງ ກ່ຽວກັບ ໝາກຜົນຂອງການຈັດຕັ້ງປະຕິບັດຂໍ້ຕົກລົງຂັ້ນສູງ ລະຫວ່າງ 3 ແຂວງກວ້າງຈິ - ສະຫວັນນະເຂດ - ສາລະວັນ. ໃນໄລຍະປີ 2017 - 2019, ການພົວພັນມິດຕະພາບ ແລະ ການຮ່ວມມືໃນຂົງເຂດການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຊາຍແດນ, ການພົບປະແລກປ່ຽນຄະນະຜູ້ແທນແຕລະຂັ້ນ ລະຫວ່າງແຂວງກວ້າງຈິ ກັບ ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ແມ່ນໄດ້ຮັບການຮັກສາ ແລະ ຈັດຕັ້ງປະຕິບັດຢ່າງເປັນປະຈຳ ແລະ ຕໍ່ເນື່ອງ ພ້ອມທັງປະສົບຜົນສຳເລັດເປັນຢ່າງສູງ. ບັນດາ ຂະແໜງການ ແຕ່ລະຂັ້ນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດກໍ່ຄືຜັນຂະຫຍາຍ ບັນດາໂຄງການຮ່ວມມື ຢ່າງມີປະສິດທິຜົນ. ການນຳຂອງສາມແຂວງ, ຂະແໜງການ ແລະ ຄະນະຜູ້ແທນຂັ້ນແຂວງ, ເມືອງຊາຍແດນ ແລະ ກອງກຳລັງປະກອບອາວຸດ 3 ແຂວງ ໄດ້ຈັດຕັ້ງການຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ. ຢູ່ເຂດຊາຍແດນລະຫວ່າງແຂວງກວ້າງຈິ ແລະ ສອງແຂວງສະຫວັນນະເຂດ, ສາລະວັນ ມີ 24 ຄູ່ບ້ານ ເປັນບ້ານແຮກສ່ຽວກັນ. ປະຊາຊົນທີ່ອາໄສ ສອງຝາກຊາຍແດນມີຄວາມໄກ້ສິດຕິດແທດ ແລະ ມັກຊ່ວຍເຫຼືອເຊິ່ງກັນແລະກັນ. ພະນັກງານ, ນັກຮຽນ, ນັກສຶກສາ ແຂວງສະຫວັນນະເຂດ ແລະ ສາລະວັນ ໄດ້ຊ່ວຍສະໜັສະໜູນ ແລະ ສ້າງເງື່ອນໄຂຂ້າມມາ ແຂວງກວ້າງຈິ ເພື່ອສຶກສາ ທິດສະດີ ການເມືອງການປົກຄອງ, ຮຽນພາສາຫວຽດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຢາ...
ແຂວງກວ້າງຈິ ໄດ້ຊ່ວຍເຫຼືອຢ່າງແທດຈິງໃຫ້ແກ່ແຂວງສະຫັວນນະເຂດ, ສາລະວັນ ດ້ວຍການສົ່ງຄູສອນພາສາຫວຽດ ໄປສອນພາສາຫວຽດ ໃຫ້ແກ່ຊາວຫວຽດກຽວ;ຊ່ວຍເຫຼຶອວັດຖຸອຸບປະກອນ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄຸ້ມຄອງສ໋ອບແວ; ຈັດຕັ້ງຂະບວນການອາສາສະໝັກ; ຈັດຕັ້ງປະຕິບັດໂຄງການ ຕ້ານ-ສະກັດກັ້ນ ພະຍາດຕິແປດຜ່ານຊາຍແດນ...ການເຄື່ອນໄຫວແລກປ່ຽນການຄ້າ, ການບໍລິການ ແລະ ການທ່ອງທ່ຽວ ລະຫວ່າງ ສາມແຂວງກວ້າງຈິ, ສະຫວັນນະເຂດ ແລະ ສາລະວັນ ນັບມື້ນັບໄດ້ຮັບການພັດທະນາ. ເພື່ອຊຸກຍູ້ການພັດທະນາແລວທາງເສດຖະກິດຕາເວັນອອກ - ຕາເວັນຕົກ ຕາມຂໍ້ຕົກລົງຮ່ວມກັນ ທີ່ໄດ້ລົງນາມແລ້ວນັ້ນ, ແຂວງກວ້າງຈິ ໄດ້ຈັດຕັ້ງປະຕິບັດຢ່າງຕັ້ງໜ້າກໍ່ຄືຜັນຂະຫຍາຍ ຫລາຍວິທີແກ້ໄຂ, ສະຫຼຸບລາຍງານຕໍ່ລັດຖະບານ, ກະຊວງ ແລະ ຂະແໜງສູນກາງ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ກ່ຽວກັບການຂົນສົ່ງ, ການຄ້າ, ການທ່ອງທ່ຽວ, ການສົ່ງເສີມການລົງທືນ ແລະ ການຫຼຸດຂັ້ນຕອນການກວດກາ ແລະ ເຮັດໃຫ້ງ່າຍຂື້ນ ຢູ່ ດ່ານຊາຍແດນລາວບາວ - ແດນສະຫວັນ. ແຂວງກວ້າງຈິ ແລະ ແຂວງສະຫວັນນະເຂດ, ແຂວງສາລະວັນ ໄດ້ປະສານສົມທົບກັນເກັບກຳ, ສຳຫຼວດ, ເກັບກຳສະຖິຕິ, ຈັດແບ່ງປະເພດ ແລະ ສົ່ງໃຫ້ເຈົ້າ ໜ້າທີ່ຂັ້ນສູງ ເພື່ອຮັບຮອງເອົາບັນຊີຜູ້ອົບພະຍົບຢ່າງເສລີ ແລະ ການແຕ່ງງານໂດຍບໍ່ໄດ້ຮັບອະນະຍາດຢູ່ ເຂດຊາຍແດນໄດ້ຮັບອະນຸຍາດພັກເຊົາ. ນັບແຕ່ປີ 2017 ມາຮອດປະຈຸບັນ, ຄະນະປະຕິບັດງານພິເສດຂອງແຂວງກວ້າງຈິ ແລະ ແຂວງສະຫວັນນະເຂດ ໄດ້ື້ອນໂຮມອັດຖິນັກຮົບວິລະຊົນ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ ສປປ ລາວ ຈຳນວນ 47 ອັດຖິ ແລະ ຫຼຸມຝັງສົບເປັນໝູ່ຄະນະ ອີກ 1 ຫຼຸມ.
ຄຽງຄູ່ກັບ ໝາກຜົນກໍ່ຄືຜົນສຳເລັດ ທີ່ບັນລຸໄດ້, ການຈັດຕັ້ງປະຕິບັດຂໍ້ຕົກລົງຂັ້ນສູງ 3 ແຂວງກ້ວາງຈິ ແລະ ສອງແຂວງສະຫວັນນະເຂດ ແລະ ສາລະວັນໃນໄລຍະປີ 2017 - 2019 ຍັງມີຂໍ້ຄົງຄ້າງ ແລະ ຂໍ້ຈຳກັດບາງປະການ. ການຮ່ວມມືໃນຂົງເຂດການຄ້າ, ການທ່ອງທ່ຽວ ແລະ ການລົງທືນ ຍັງບໍ່ສົມ ກັບທ່າແຮງ, ກຳລັງແຮງ ແລະ ການພົວພັນອັນດີງາມໃນຂົງເຂດການເມືອງ. ບາງເນື້ອໃນໃນຂໍ້ຕົກລົງແຕ່ລະຂັ້ນຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດ, ໂດຍສະເພາະແມ່ນການຮ່ວມມືໃນການປູກປ່າວັດຖຸດິບ. ບາງພະແນກ, ຂະແໜງການ ແລະ ທ້ອງຖິ່ນ ຂອງທັງສາມແຂວງຍັງບໍ່ທັນໄດ້ຕື່ນຕົວຢ່າງເຕັມກຳລັງ, ຕື່ນຕົວໃນການຜັນຂະຫຍາຍບັນດາເນື່ອໃນຂອງຂໍ້ຕົກລົງຂັ້ນສູງຂອງການນຳຂັ້ນສູງຂອງສາມແຂວງ. ການເຄື່ອນໄຫວແລກປ່ຽນ ແລະ ຊື້ຂາຍສິນຄ້າຊາຍແດນ ສ່ວນໃຫຍ່ແມ່ນຜານການແລກປ່ຽນ, ຊື້ - ຂາຍໂດຍກົງ, ຂາຍສິນຄ້າຂ້າມຊາຍແດນ ແລະ ຕະຫຼາດຊາຍແດນມີຂະໜານ້ອຍ ແລະ ລຽບງ່າຍ ...
ໃນຂອບເຂດການພົບປະເຈລະຈາ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບບາງເນື້ອໃນເພື່ອຍົກສູງປະສິດທິຜົນຂອງການຮ່ວມມື ລະຫວ່າງ ສາມແຂວງກວ້າງຈິ, ສະຫວັນນະເຂດ ແລະ ສາລະວັນໃນອານາຄົດ ແມ່ນຈະເພີ່ມທະວີການໂຄສະນາເຜີຍແຜ່ ເພື່ອປົກປັກຮັກສາ, ຮັດແໜ້ນ ແລະ ສົ່ງເສີມສາຍພົວພັນອັນດີງາມ ລະຫວ່າງ ສາມແຂວງ; ເອົາໃຈໃສ່, ຊຸກຍູ້, ສ້າງເງື່ອນໄຂໃຫ້ວິສາຫະກິດ ແລະ ນັກລົງທືນ ຂອງ 3 ແຂວງ ດຳເນີນໂຄງການຮ່ວມມືພັດທະນາເສດຖະກິດ; ເອົາໃຈໃສ່ ແລະ ລົງທຶນໃສ່ພື້ນຖານໂຄງລ່າງ, ເສັ້ນທາງຄົມມະນາຄົມ ຢູ່ເຂດດ່ານຊາຍແດນສາກົນ, ດ່ານຊາຍແດນ ສຳຮອງ ແລະ ດ່ານຊາຍແດນປະເພນີ; ຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງ; ແຂວງກວ້າງຈິ ໄດ້ສະເໜີ ແຂວງສະຫວັນນະເຂດ ແລະ ສາລະວັນ ເຮັດສຳເລັດບັນດາ ເອກະສານຕ່າງໆພາຍໃນໂດຍໄວ ເພື່ອຍື່ນສະເໜີຂັ້ນເທິງເພື່ອຂໍອະນຸມັດບັນຊີລາຍຊື່ຊາວຫວຽດນາມ ທີ່ອົບພະຍົບຢ່າງເສລີ ແລະ ແຕ່ງງານໂດຍບໍ່ໄດ້ຮັບອະນຸຍາດຢູ່ເຂດຊາຍແດນ ແຂວງສະຫວັນນະເຂດ, ສາລະວັນ, ອຳນວຍຄວາມສະດວກໃນການປະກອບເອກະສານຮັບສັນຊາດ, ຊ່ວຍໃຫ້ປະຊາຊົນມີຊີວິດສະຖຽນລະພາບດີຂື້ນ; ປະສານສົມທົບນຳສະເໜີ ຕໍ່ລັດຖະບານຫວຽດນາມ ແລະ ລາວ ກ່ຽວກັບແຜນງານ ແລະ ໂຄງການ ODA ຂອງລັດຖະບານຫວຽດນາມ ເພື່ອຊ່ວຍສະໜັບສະ ໜູນ ລາວ ຢູ່ ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ...
ດ້ວຍຄວາມເຫັນດີເປັນເອກະພາບສູງ, ການນຳ ຂອງ 3 ແຂວງກວ້າງຈິ, ສະຫວັນນະເຂດ ແລະ ສາລະວັນ ໄດ້ເຊັນລົງນາມໃນບົດບັນທຶກຂໍ້ຕົກລົງ ໃນຂົງເຂດການເມືອງ, ການຕ່າງປະເທດ; ການທະຫານ, ຄວາມໝັ້ນຄົງ ແລະ ຊາຍແດນ; ເສດຖະກິດ - ການຄ້າ - ການລົງທືນ ແລະ ການທ່ອງທ່ຽວ; ການສຶກສາ - ບຳລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ; ການປະຕິຮູບດ້ານການບໍລິຫານ, ອຳນວຍຄວາມສະດວກດ້ານຂັ້ນຕອນ ການເຂົ້າ - ອອກ, ການນຳເຂົ້າ ແລະ ສົ່ງອອກ ຢູ່ດ່ານຊາຍແດນສາກົນ ລາໄລ (ແຂວງກວາງຈິ) - ລາໄລ(ສາລະວັນ); ທືນຊ່ວຍລ້າ. ສອງຝ່າຍເຫັນດີ ຊີ້ນຳບັນດາອົງການ, ກົມກອງ, ສາຂາ, ທ້ອງຖິ່ນ ແລະ ວິສາຫະກິດຂອງແຕ່ລະຝ່າຍຈັດຕັ້ງປະຕິບັດບັນດາເນື້ອໃນຂອງບົດບັນທືກສັນຍາ.
(ຫັດທະບູນ)