ພິທີມອບຮັບແນວພັນງົວ ໃຫ້ປະຊາຊົນບ້ານແຮກສ່ຽວລຽບຕາມຊາຍແດນ ລາວ-ຫວຽດນາມ ຂອງເມືອງນອງ.
|
ພິທີມອບຮັບແນວພັນງົວ ໃຫ້ປະຊາຊົນບ້ານແຮກສ່ຽວລຽບຕາມຊາຍແດນ ລາວ-ຫວຽດນາມ ຂອງເມືອງນອງ.
ໃນພິທີມອບ-ຮັບແນວພັນງົວຄັ້ງນີ້ ມີຈຳນວນ 5 ໂຕ,ລວມມູນຄ່າ 75 ລ້ານດົງ ເພື່ອມອບໃຫ້ພໍ່ແມ່ປະຊາຊົນ ບ້ານເປົ້າໝາຍລຽບຕາມຊາຍແດນລາວ-ຫວຽດນາມ ເຂດຈຸດສຸມປະເລາະ-ອາສິງ ເມືອງນອງໃນຈຳນວນ 5 ຄອບຄົວທີ່ທຸກຍາກ. ທັງນີ້ເພື່ອ ເສີມຂະຫຍານສາຍສຳພັນ ລາວ- ຫວຽດ ທີ່ມີມູນເຊື້ອມາແຕ່ດົນນາມ ເປັນບ້ານໄກ້ເຮືອນຄຽງທີ່ຜູກພັນສະໜິດແໜ້ນ ແລະ ເປັນການຂະຫຍາຍສາຍສຳພັນມິດຕະພາບຊາຍ ແດນລາວ-ຫວຽດນາມຄົຍຮອບ 15 ປີແຫ່ງການແຮກສ່ຽວຂອງທັງສອງຝ່າຍ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ມີຄວາມຮັດແໜ້ນຍິ່ງໆຂື້ນ ໂອກາດດັ່ງກ່າວ ທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງ-ເມືອງນອງ ຕ່າງໜ້າໃຫ້ຄະນະພັກເມືອງນອງ ກໍ່ໄດ້ກ່າວຄຳຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ການນຳແຂວງກວາງຈິເຊິ່ງເປັນນ້ຳໃຈອັນສູງສົ່ງ ແລະປ່ຽມລົ້ນອັນຫາທີ່ປຽບບໍ່ໄດ້ຕໍ່ກັບການຊ່ວຍເຫຼືອພໍ່ແມ່ປະຊາຊົນໍຊາວເມືອງນອງໃນຄັ້ງນີ້ເຖິງວ່າຈະບໍ່ແມ່ນມູນຄ່າອັນມະຫາສານ ແຕ່ມັນກໍ່ມີຄຸນຄ່າທາງຈິດໃຈທີ່ຊື້ບໍ່ໄດ້.
ຮູບພາບແຫ່ງຄວາມປະທັບໃຈ:
|
|
|
|
|
ພາບຄວາມປະທັບໃຈໃນພິທີດັ່ງກ່າວ.
(ແຫຼ່ງຂໍ້ມູນ: ຫ້ອງການ ຖວທ ເມືອງນອງ)