09:29 | 30/05/2019

ການມອບຂອງຂວັນໃຫ້ບັນດາພະນັກງານ ແລະ ປະຊາຊົນເຂດຊາຍແດນ ກີ່ແນ, ລາວ

50 ປີກ່ອນໜ້ານີ້, ໃນການຕໍ່ສູ້ຕ້ານ ພວກຈັກກະພັດສະຫະລັດທີ່ກຳລັງກ້າວເຂົ້າສູ່ໄລຍະດຸເດືອດ ແລະ ຮຸນແຮງ, ເພື່ອຮັກສາກຳລັງພົນ, ສໍານັກງານອົງການໃຈກາງຫຼັກຕ່າງໆ ແຂວງ ກ໋ວາງຈິ້ ໄດ້ ຍ້າຍໄປຢູ່ ບ້ານກີ່ແນ ເພື່ອສືບຕໍ່ນຳພາຂະບວນການເຄື່ອນໄຫວປະຕິວັດຂອງທ້ອງຖິ່ນ.

ການມອບຂອງຂວັນໃຫ້ບັນດາພະນັກງານ ແລະ ປະຊາຊົນເຂດຊາຍແດນ ກີ່ແນ, ລາວ

ຄວາມສຸກ ໃນຕອນພົບປະອີກເທື່ອຫນຶ່ງລະຫວ່າງທ່ານພົນຈັດຕະວາ ເຈີນ ດິງຢຸ໋ງ ແລະ ຜູ້ທີ່ ຊ່ວຍຊູລາວ. (ພາບ: bienphong.com.vn)

ໃນການເຄື່ອນໄຫວປະຕິວັດ, ທ່ານພົນຈັດຕະວາ ເຈີນ ດິງ ຢຸ໋ງ ແລະ ເພື່ອນຮ່ວມກົມກອງໄດ້ຮັບການສະຫນັບສະຫນູນ ຈາກຍາດພີ່ນ້ອງ ຊົນເຜົ່າ ເວີນ ກ່ຽວ ແລະ ບ່າໂກ່ ຂອງບ້ານກີ່ແນ ແລະ ບັນດາບ້ານໃກ້ຄຽງ. ຜູ້ອາວຸໂສພາຍໃນບ້ານ ໄດ້ເລົ່າສູ່ຟັງວ່າ: "ທະຫານຕ້ອງເດີນທັບໄປແນວໜ້າດ້ວຍໄລຍະທາງທີ່ຫ່າງໄກ, ບໍ່ສາມາດແບກມັນຕົ້ນໄປໄດ້ຫຼາຍ, ດັ່ງນັ້ນປະຊາຊົນ ຂ້າພະເຈົ້າຕ້ອງໄດ້ສະຫຼະເຂົ້າສານໃຫ້ແກ່ອ້າຍນ້ອງທະຫານ "

ການມອບຂອງຂວັນໃຫ້ບັນດາພະນັກງານ ແລະ ປະຊາຊົນເຂດຊາຍແດນ ກີ່ແນ, ລາວ

ພົນຈັດຕະວາ ເຈີນ ດິງຢຸ໋ງ ໄດ້ມອບຂອງຂວັນໃຫ້ແກ່ຜູ້ທີ່ຢູ່ໃນບ້ານ ກີແນ, ຊາມ່ອຍ, ແຂວງສາລະວັນ. (ພາບ: bienphong.com.vn)

ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນ້ຳໃຈ ຂອງພໍ່ແມ່ພີ່ນ້ອງປະຊາຊົນ, ໃນໄລຍະຢ້ຽມຢາມຄັ້ງນີ້, ທ່ານພົນຈັດຕະວາ ເຈີນ ດິງ ຢຸ໋ງ ໄດ້ລະດົມ ລູກຫລານ, ຍາດຕິພີ່ນ້ອງ ແລະ ຫມູ່ເພື່ອນບໍລິຈາກ ຊື້ຂອງຂວັນໃຫ້ແກ່ 50 ຄອບຄົວ ຂື້ນກັບບ້ານກີ່ແນ ແລະ ພະນັກງານ ເມືອງ ສະໝ້ວຍຈຳນວນໜຶ່ງ ມີມູນຄ່າຫຼາຍກວ່າ 30 ລ້ານດົ່ງ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-3169.html

In bài biết