14:28 | 25/05/2019

ການນຳຂັ້ນສູງແຂວງ ລາວກ່າຍ ສສຫວຽດນາມ ຕ້ອນຮັບ ການເດີນທາງພົບປະຢ້ຽມຢາມຂອງການນຳຂັ້ນສູງແຂວງອຸດົມໄຊ

ການນຳຂັ້ນສູງແຂວງ ລາວກ່າຍ ສສຫວຽດນາມ ຕ້ອນຮັບ ການເດີນທາງພົບປະຢ້ຽມຢາມຂອງການນຳຂັ້ນສູງແຂວງອຸດົມໄຊ

ບັນຍາກາດກອງປະຊຸມພົບປະ.


ໂອກາດດັ່ງກ່າວ ທ່ານ ຫງວຽນ ວັນວິງ ກໍາມະການສູນກາງພັກ,ເລຂາພັກແຂວງ,ປະ ທານສະພາປະຊາຊົນແຂວງລາວກ່າຍ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຄະນະນໍາຈາກແຂວງອຸດົມໄຊ ພ້ອມທັງລາຍງານສະພາບລວມກ່ຽວກັບການພັດທະນາເສດຖະກິດ ສັງຄົມ ຂອງຕົນ ເພື່ອເປັນບ່ອນອີງໃນການ ແລກປ່ຽນບົດຮຽນຮ່ວມກັນ ເຊິ່ງໂດຍລວມແລ້ວເຫັນວ່າ ແຂວງລາວກ່າວ ເປັນແຂວງໜຶ່ງທີ່ຕັ້ງຢູ່ທາງພາກເໜືອ ຂອງສສຫວຽດນາມ ມີປະຊາ ກອນ ທັງຫມົດ 7 ແສນກວ່າຄົນ,ມີທ່າແຮງຫຼາຍດ້ານ ໂດຍສະເພາະແມ່ນດ້ານການຄົມ ມະນາຄົມ,ພະລັງງານບໍ່ແຮ່,ກະສິກຳ ແລະ ການທ່ອງທ່ຽວ. ໂອກາດດຽວກັນທ່ານ ປອ ຄໍາພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ໄດ້ລາຍງານ ສະພາບໂດຍລວມຂອງແຂວງອຸດົມໄຊ ພ້ອມທັງສະເໜີບາງບັນຫາ ເພື່ອເຄື່ອນໄຫວຈັດຕັ້ງປະຕິບັດຮ່ວມກັນໃນຕໍ່ໜ້າ ເປັນຕົ້ນແມ່ນ ການພົບປະຢ້ຽມຢາມ ເຊິ່ງກັນແລະກັນ ຂອງການນຳທັງສອງຝ່າຍ ໃນຕໍ່ໜ້າ ພ້ອມທັງໃຫ້ເພີ່ມທະວີສາຍພົວພັນຮ່ວມມື,ຄວາມສາມັກຄີແບບພິເສດ ໃຫ້ນັບມືື້ນັບແໜ້ນແຟ້ນຍິ່ງຂຶ້ນ.


ການນຳຂັ້ນສູງແຂວງ ລາວກ່າຍ ສສຫວຽດນາມ ຕ້ອນຮັບ ການເດີນທາງພົບປະຢ້ຽມຢາມຂອງການນຳຂັ້ນສູງແຂວງອຸດົມໄຊ

ຜູ້ແທນຂັ້ນສູງຂອງສອງແຂວງຖ່າຍຮູບຮ່ວມເປັນທີ່ລະນຶກ.


ຕໍ່ກັບບາງບັນຫາທີ່ທັງສອງຝ່າຍຍົກຂຶ້ນມາລາຍງານ ແລະ ປຶກສາຫາລືກັນນັ້ນ ທາງແຂວງລາວກ່າຍ ເຫັນດີໃຫ້ການຮ່ວມມື ແລະ ພ້ອມເປີດກວ້າງການພົວພັນ,ແລກປ່ຽນບົດ ຮຽນ ຮ່ວມກັນ ໂດຍຈະນຳສະເໜີຕໍ່ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອສຶກສາ ແລະ ຈັດຕັ້ງປະຕິບັດຕາມຂັ້ນຕອນ ໂດຍແນ່ໃສ່ເຮັດໃຫ້ສອງແຂວງມີການພົວພັນ,ຮ່ວມມື ແລະ ປະສານງານຮ່ວມກັນຢ່າງເປັນປົກກະຕິ. ຈາກນັ້ນ ການນໍາທັງສອງຝ່າຍ ໄດ້ຢ້ຽມຢາມໂຮງຮຽນການເມືອງ ແລະ ຫໍພິພິຕະພັນ ຂອງແຂວງ ລາວກ່າຍຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ຄານມະນີ ຮຽນດໍຈັນ/ສະຖານີວິທະຍຸ ໂທລະພາບ ແຂວງ ອຸດົມໄຊ)

Link: https://huunghivietlao.thoidai.com.vn/detail-article-3149.html

In bài biết