ສາລະວັນ-ກວາງຈິ້ ເຫັນດີເຊັນສັນຍາຮ່ວມມື 8 ເນື້ອໃນສຳຄັນ ພັດທະນາເສດຖະກິດສອງແຂວງ
![]() |
ທ່ານ ຫງວຽນ ກວານ ຈິ໋ນ ຮອງປະທານຄະນະກຳມະການປົກຄອງແຂວງກວ້າງຈິ້ ສສ ຫວຽດນາມ ແລະ ທ່ານ ຄຳຈັນ ແຈ່ມສະໝອນ ຄະນະປະຈຳພັກແຂວງ ປະທານຄະນະກວດກາແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງສາລະວັນ.
ທ່ານ ຄຳຈັນ ແຈ່ມສະໝອນ ຄະນະປະຈຳພັກແຂວງ ປະທານຄະນະກວດກາແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງສາລະວັນ ພ້ອມຄະນະ ໄດ້ຕ້ອນຮັບ ທ່ານ ຫງວຽນ ກວານ ຈິ໋ນ ຮອງປະທານຄະນະກຳມະການປົກຄອງແຂວງກວ້າງຈິ້ ສສ ຫວຽດນາມ ພ້ອມຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການອ້ອມຂ້າງທີ່ກ່ຽວຂ້ອງເຂົ້າຮ່ວມ.
![]() |
ທ່ານ ຫງວຽນ ກວານ ຈິ໋ນ ຮອງປະທານຄະນະກຳມະການປົກຄອງແຂວງກວ້າງຈິ້ ສສ ຫວຽດນາມ ແລະ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ຮ່ວມເຊັນບົດບັນທຶກຊ່ວຍຈຳລະຫວ່າງສອງແຂວງ.
ພິທີພົບປະໄດ້ຈັດຂຶ້ນໃນວັນທີ 19 ມີນາ 2019 ຢູ່ສະໂມສອນແຂວງ. ກ່ອນອື່ນຄະນະຜູ້ແທນຈາກແຂວງກວາງຈິ້ ກໍ່ໄດ້ເຂົ້າພົບປະ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ເພື່ອລາຍງານຈຸດປະສົງການລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ.
ການພົບປະຄັ້ງນີ້ ເປັນການທົບທວນ, ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານການຮ່ວມມືໄລຍະຜ່ານມາ ແຕ່ປີ 2017-2019, ພ້ອມທັງປຶກສາຫາລືຮ່ວມກັນໃນການສ້າງສີ່ງອຳນວຍຄວາມສະດວກໃນການເຄື່ອນໄຫວການຄ້າຊາຍແດນ, ການເຂົ້າອອກເມືອງຂອງຄົນ, ພາຫະນະ, ການນຳເຂົ້າ ແລະ ສົ່ງອອກສິນຄ້າຜ່ານດ່ານສາກົນລະໄລ ກັບ ລະໄລ ແຂວງກວາງຈິ້. ໂດຍສະເພາະທັງສອງຝ່າຍເຫັນດີ ສືບຕໍ່ຮ່ວມມືກັນໃນ 8 ບັນຫາສຳຄັນ ຮ່ວມມືການຄ້າ-ການລົງທຶນ
(ແຫຼ່ງຂໍ້ມູນ: ໜັງສືພິມ ສາລະວັນ)