09:27 | 22/04/2019

ກອງປະຊຸມແລກປ່ຽນບົດຮຽນການເຄື່ອນໄຫວລະຫວ່າງສະພາປະຊາຊົນແຂວງແທັງຮວ໊າ ແລະສະພາປະຊາຊົນແຂວງຫົວພັນ

ກອງປະຊຸມແລກປ່ຽນບົດຮຽນການເຄື່ອນໄຫວລະຫວ່າງສະພາປະຊາຊົນແຂວງແທັງຮວ໊າ ແລະສະພາປະຊາຊົນແຂວງຫົວພັນ

ບັນຍາກາດທີ່ກອງປະຊຸມ. (ພາບ: baothanhhoa.vn)

ທີ່ການຕ້ອນຮັບ, ທ່ານ ຟ້າມແທັງເຊີນ ປາດຖະໜາວ່າ, ຜ່ານກອງປະຊຸມພົບປະແລກປ່ຽນບົດຮຽນການເຄື່ອນໄຫວລະຫວ່າງສະພາປະຊາຊົນສອງແຂວງແທັງຮວ໊າ ແລະຫົວພັນ ໃນຄັ້ງນີ້ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງສອງແຂວງຕາມຈິດໃຈເນື້ອໃນຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງປີ 2019 ທີ່ຫາກໍໄດ້ລົງນາມ ເພື່ອນໍາການພົວພັນແບບພິເສດລະຫວ່າງ ແທັງຮວ໊າ - ຫົວພັນ ຂຶ້ນສູ່ລະດັບສູງໃໝ່.

ກອງປະຊຸມແລກປ່ຽນບົດຮຽນການເຄື່ອນໄຫວລະຫວ່າງສະພາປະຊາຊົນແຂວງແທັງຮວ໊າ ແລະສະພາປະຊາຊົນແຂວງຫົວພັນ


ກອງປະຊຸມແລກປ່ຽນບົດຮຽນການເຄື່ອນໄຫວລະຫວ່າງສະພາປະຊາຊົນແຂວງແທັງຮວ໊າ ແລະສະພາປະຊາຊົນແຂວງຫົວພັນ

ທ່ານ ຄໍາວອນ ບຸນທະວົງ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ ກ່າວຄໍາເຫັນທີ່ກອງປະຊຸມ. (ພາບ: baothanhhoa.vn)

ຕາງໜ້າຄະນະຜູ້ແທນສະພາປະຊາຊົນແຂວງຫົວພັນ, ທ່ານ ຄໍາວອນ ບຸນທະວົງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະຈິງໃຈຂອງສະພາປະຊາຊົນແຂວງແທັງຮວ໊າ, ພ້ອມທັງແນະນໍາກ່ຽວກັບບັນດາໝາກຜົນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນ; ການເຄື່ອນໄຫວຂອງສະພາປະຊາຊົນແຂວງຫົວພັນ ໃນປີ 2018 ແລະໄຕມາດທີ I – 2019.

(ແຫຼ່ງ​ຂໍ້​ມູນ​: ໄຊຊະນະ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3130.html

In bài biết