00:54 | 14/05/2019

ມອບອຸປະກອນຫ້ອງການໃຫ້ແກ່ ກົມທະຫານຊາຍແດນລາວ

ເຂົ້າຮ່ວມໃນການມອບຮັບຄັ້ງນີ້, ຝ່າຍລາວປະກອບມີ ພັນໂທ ປອ ຈັນພອນ ທອງສອນ ຮອງອຳນວຍການ ໂຮງຮຽນທະຫານຊາຍແດນ ລາວ.

ມອບອຸປະກອນຫ້ອງການໃຫ້ແກ່ ກົມທະຫານຊາຍແດນລາວ

ທັງສອງຝ່າຍເຊັນບົດບັນທືກມອບຮັບອຸປະກອນ. (ພາບ: ເຖແມັ້ງ)

ອຸປະກອນທີ່ມອບໃຫ້ຄັ້ງນີ້ມີ ເຄື່ອງຄອມພິວເຕີ້ 30 ຊຸດ, ເຄື່ອງສາຍ 6 ຊຸດ ແລະ ເຄື່ອງພິມເອກກະສານຊຸດໃຫຍ່, ອຸປະກອນດັ່ງກ່າວມີມູນຄ່າ 600 ລ້ານດົ່ງ. ອຸປະກອນທີ່ທະຫານຫວຽດນາມມອບໃຫ້ຄັ້ງນີ້ ຈະໄດ້ນຳໃຊ້ເຂົ້າການປະຕິວັດວຽກງານວິຊາການ, ຊ່ວຍເຫຼືອການເພີ່ມຄວາມສາມາດໃນການຄຸ້ມຄອງ , ປ້ອງກັນຊາຍແດນ ໃຫ້ແກ່ທະຫານຊາຍແດນລາວ.

ກ່າວຄຳເຫັນໃນພິທີມອບຮັບຄັ້ງນີ້ , ພັນໂທ ປອ ຈັນພອນ ທອງພອນ ຮອງອຳນວຍການ ໂຮງຮຽນທະຫານຊາຍແດນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ຊ່ວຍເຫຼືອ ຂອງກອງບັນຊາການທະຫານຊາຍແດນ ຫວຽດນາມ ແລະ ຢືນຢັນວ່າ ອຸປະກອນທີ່ມອບໃຫ້ຂ້າງເທິງນີ້ ແມ່ນຄວາມໝາຍສຳຄັນໃນວຽກງານການສິນສອນເຕັກນິກຂ່າວສານວິທະຍາສາດ, ບຳລຸງສ້າງວິຊາການ ໃຫ້ແກ່ກອງກຳລັງທະຫານຊາຍແດນລາວ.

ມອບອຸປະກອນຫ້ອງການໃຫ້ແກ່ ກົມທະຫານຊາຍແດນລາວ

ພິທີມອບອຸປະກອນຫ້ອງການໃຫ້ແກ່ທະຫານຊາຍແດນລາວ. (ພາບ: ເຖແມັ້ງ)

ພ້ອມກັນນັ້ນ ພັນໂທ ຈັນທອນ ທອງສອນ ກໍ່ຫວັງເປັນຢ່າງຍິ່ງວ່າ ກອງບັນຊາການທະຫານຊາຍແດນຫວຽດນາມ, ທະຫານຊາຍແດນແຂວງຮ່າຕິ໋ງ ສືບຕໍ່ໃຫ້ຄວາມເອົາໃຈໃສ່ ແລະ ຊ່ວຍເຫຼືອທະຫານຊາຍແດນລາວ ເຮັດສຳເລັດໜ້າທີ່ກໍ່ຄືພາລະກິດຢ່າງດີ, ເສີມສ້າງສາຍພົວພັນຄວາມສາມັກຄີ ລະຫວ່າງ ທະຫານຊາຍແດນ ຫວຽດນາ ແລະ ທະຫານຊາຍແດນລາວ ເກີດດອກອອກຜົນ ໝັ້ນຄົງຕະຫຼອດກາລະນານ, ຮ່ວມຄຽງບ່າຄຽງໄລ່ຄຸ້ມຄອງ, ປ້ອງກັນ ອຳນາດອະທິປະໄຕ, ຄວາມສະຫງົບຊາຍແດນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3119.html

In bài biết