15:08 | 13/12/2018

ຍັງມີປະຊາຊົນທີ່ຍ້າຍຖິ່ນຖານຢ່າງເສລີ ແລະ ແຕ່ງດອງໂດຍບໍ່ໄດ້ຈົດທະບຽນ ຂອງ ແຂວງເຫງະອານ ສສ ຫວຽດນາມ ຢູ່ລຽບຕາມແນວຊາຍແດນ ແຂວງບໍລິຄຳໄຊ ຫຼາຍກວ່າ 3.500 ຄົນ

ຍັງມີປະຊາຊົນທີ່ຍ້າຍຖິ່ນຖານຢ່າງເສລີ  ແລະ ແຕ່ງດອງໂດຍບໍ່ໄດ້ຈົດທະບຽນ ຂອງ ແຂວງເຫງະອານ ສສ ຫວຽດນາມ   ຢູ່ລຽບຕາມແນວຊາຍແດນ ແຂວງບໍລິຄຳໄຊ ຫຼາຍກວ່າ 3.500 ຄົນ

ບັນຍາກາດກອງປະຊຸມ .

ເຂົ້າຮ່ວມກອງປະຊຸມມີ ສະຫາຍ ເລ ຫງ໋ອກຮວາ ກຳມະການ ບໍລິຫານ ພັກແຂວງ ຮອງປະທານ ກຳມະການປະຊາຊົນ ແຂວງເຫງະອານ ແລະ ສະຫາຍ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ບໍລິຄຳໄຊ ຮ່ວມເປັນປະທານກອງປະຊຸມ. ພ້ອມນີ້ກໍ່ມີຕ່າງໜ້າການນຳຂອງ ບັນດາພະແນກ, ຂະແໜງການ ຂັ້ນເມືອງ-ແຂວງ ແລະ ບັນດາທ້ອງຖິ່ນ ຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ຍັງມີປະຊາຊົນທີ່ຍ້າຍຖິ່ນຖານຢ່າງເສລີ  ແລະ ແຕ່ງດອງໂດຍບໍ່ໄດ້ຈົດທະບຽນ ຂອງ ແຂວງເຫງະອານ ສສ ຫວຽດນາມ   ຢູ່ລຽບຕາມແນວຊາຍແດນ ແຂວງບໍລິຄຳໄຊ ຫຼາຍກວ່າ 3.500 ຄົນ

ສະຫາຍ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ບໍລິຄຳໄຊ ຮ່ວມເປັນປະທານກອງປະຊຸມ,

ທັງສອງຝ່າຍເຫັນດີເປັນເອກກະພາບໃນການສືບຕໍ່ປະຕິບັດການກວດກາ, ຄັດແຍກ ແລະ ຂື້ນລາຍຊື່ ປະຊາຊົນທີ່ອົບພະຍົບຢ່າງເສລີ ແລະ ແຕ່ງດອງໂດຍບໍ່ລົງທະບຽນ ຢູ່ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ຂອງແຂວງ ບໍລິຄຳໄຊ ສປປ ລາວ; ຈຳນວນພົນທີ່ເກີດຂື້ນມາໃໝ່(ຍັງບໍ່ທັນໄດ້ກວດກາ) ຢູ່ເມືອງຄຳເກີດ ແລະ ເມືອງວຽງທອງ ໃນເດືອນ ມັງກອນ ປີ 2019 ແລະ ເຮັດສຳເລັດວຽກງານການກວດກາ, ຄັດແຍກ ແລະ ຂື້ນລາຍຊື່ປະຊາຊົນຍົກຍ້າຍຖິ່ນຖານຢ່າງເສລີ ແລະ ແຕ່ງດອງໂດຍບໍ່ຈົດທະບຽນ ຢູ່ລຽບຕາມແນວຊາຍແດນ ຂອງແຂວງບໍລິຄຳໄຊ ໃນເດືອນ ມີນາ ປີ 2019.

ຍັງມີປະຊາຊົນທີ່ຍ້າຍຖິ່ນຖານຢ່າງເສລີ  ແລະ ແຕ່ງດອງໂດຍບໍ່ໄດ້ຈົດທະບຽນ ຂອງ ແຂວງເຫງະອານ ສສ ຫວຽດນາມ   ຢູ່ລຽບຕາມແນວຊາຍແດນ ແຂວງບໍລິຄຳໄຊ ຫຼາຍກວ່າ 3.500 ຄົນ

ສະຫາຍ ເລ ຫງ໋ອກຮວາ ກຳມະການບໍລິຫານພັກແຂວງ ຮອງປະທານກຳມະການປະຊາຊົນ ແຂວງເຫງະອານ ກ່າວຄຳເຫັນທີ່ກອງປະຊຸມ.

ສ່ວນຝ່າຍ ແຂວງ ເຫງະອານ ຈະສຳເລັດການປັບປຸງເອກກະສານ ເພື່ອຮັບຮອງ ພົນລະເມືອງ ຈຳນວນ 02 ຄົນ ຂອງແຂວງ ບໍລິຄຳໄຊ ທີ່ໄປ ແຕ່ງດອງໂດຍບໍ່ໄດ້ຮັບອະນຸຍາດ ຢູ່ ເມືອງ ກອນກວາງ ແລະ ເມືອງ ກີເຊີນ ແຂວງເຫງະອານ ຕາມບົດບັນທືກຂອງ ໜ່ວຍສະເພາະກິດໄດ້ເຊັນ.

ຍັງມີປະຊາຊົນທີ່ຍ້າຍຖິ່ນຖານຢ່າງເສລີ  ແລະ ແຕ່ງດອງໂດຍບໍ່ໄດ້ຈົດທະບຽນ ຂອງ ແຂວງເຫງະອານ ສສ ຫວຽດນາມ   ຢູ່ລຽບຕາມແນວຊາຍແດນ ແຂວງບໍລິຄຳໄຊ ຫຼາຍກວ່າ 3.500 ຄົນ

ການນຳທັງສອງແຂວງ ໄດ້ເຊັນບົດບັນທືກ ກ່ຽວກັບການແລກປ່ຽນ ກ່ຽວກັບການຍົກຍ້າຍຖິ່ນຖານແບບເສລີ ແລະ ແຕ່ງດອງໂດຍບໍ່ໄດ້ຮັບອະນຸຍາດ.

ທີ່ກອງປະຊຸມ ທັງສອງຍັງໄດ້ເຊັນສັນຍາ ເອກກະພາບໃນການເພີ່ມທະວີ ມາດຕະການ ຄຸ້ມຄອງ, ຄວບຄຸມຢ່າງແໜ້ນແຟ້ນ ເພື່ອຢຸດຕິສະພາບການ ຍົກຍ້າຍຖິ່ນຖານແບບເສລີ ແລະ ແຕ່ງດອງໂດຍບໍໄດ້ຮັບອະນຸຍາດ ຢູ່ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ຂອງສອງແຂວງ ເຫງະອານ ແລະ ແຂວງບລິຄຳໄຊ. ພ້ອມກັນນັ້ນ ເຫັນດີເປັນເອກກະພາບ ຈັດກອງປະຊຸມກວດກາຄືນ, ເປັນເອກກະພາບໃນລາຍຊື່ ຜູ້ອົບພະຍົບຖິ່ນຖານຢ່າງເສລີ ແລະ ແຕ່ງດອງໂດຍບໍ່ໄດ້ຈົດທະບຽນ ຢູ່ລຽບຕາມແນວຊາຍແດນ ຫວຽດນາມ-ລາວ ຂອງສອງແຂວງ ເຫງະອານ ແລະ ບໍລິຄຳໄຊ ແລະ ເຊັນສັນຍາ ສອງຝ່າຍ ໃນເດືອນ ເມສາ ປີ 2019 ຢູ່ ແຂວງບໍລິຄຳໄຊ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3113.html

In bài biết