ຄະນະພະນັກງານ ແຂວງຈຳປາສັກ ເຮັດວຽກກັບເມືອງ ລົກຮ່າ ແຂວງຮ່າຕິ໋ງ ສສ ຫວຽດນາມ
![]() |
ຄະນະພະນັກງານ ແຂວງຈຳປາສັກ ນຳໂດຍ ທ່ານ ປະດິດ ວັນນະລາດ ຫົວໜ້າພະແນກ ກະສິກຳ ແລະ ພັດທະນາຊົນນະບົດ(ຜູ້ທີ2ນັບແຕ່ຊ້າຍມາ)ເຮັດວຽກຢູ່ເມືອງ ລົກຮ່າ ແຂວງຮ່າຕິ໋ງ.
ພາຍຫຼັງທີ່ຕ່າງໜ້າຂອງທັງສອງຝ່າຍໄດ້ຂື້ນສະເໜີລາຍງານໂດຍຫຍໍ້ກ່ຽວກັບ ທີ່ຕັ້ງພູມສັນຖານ, ທ່າແຮງດ້ານເສດຖະກິດ ຂອງເມືອງ ຮ່າລົກ ແລະ ແຂວງຈຳປາສັກ, ການນຳເມືອງ ຮ່າລົກ ໄດ້ແນະນຳ ກ່ຽວກັບທ່າແຮງ ໃນການພັດທະນາ ປູກຝັງແລະລ້ຽງສັດ ເປັນຕົ້ນແມ່ນການລ້ຽງໝູ ເປັນສິນຄ້າ ດ້ວຍຄຸນນະພາບສູງພາຍໃນແຂວງ.
ທັງຝ່າຍກໍ່ໄດ້ແລກປ່ຽນຢ່າງເລິກເຊິ່ງ ໃນການລ້ຽງປານິນເພດດຽວ; ວິທີການເພາະປາເປັນພັນ...; ພ້ອມກັນນັ້ນກໍ່ຍັງໄດ້ແລກປ່ຽນດ້ານເຕັກນິກການລ້ຽງໝູເປັນສິນຄ້າ ຕາມມາດຕະຖານ VietGap…
![]() |
ການນຳທັງສອງຝ່າຍມອບຂອງຂວັນເປັນທີ່ລະນືກໃຫ້ແກ່ກັນ.
ແຂວງຈຳປາສັກ ແມ່ນແຂວງໜຶ່ງ ຢູ່ທາງພາກໃຕ້ຂອງ ສປປ ລາວ, ມີຊາຍແດນຕິດກັບ ກຳປູເຈຍ ແລ ະປະເທດໄທ; ແມ່ນແຂວງທີ່ມີແມ່ນຳ້ລຳເຊ ສະດວກໃຫ້ແກ່ການພັດທະນາ ການລ້ຽງປາ ນຳ້ຈຶດ ແລະ ລ້ຽງສັດທົ່ວໄປ.
![]() |
ຄະນະເຂົ້າຮ່ວມຢ້ຽມຊົມ ຮູບແບບການລ້ຽງປານິນເພດດຽວ.
ໃນໂອກາດນີ້ ຄະນະຍັງໄດ້ລົງຢ້ຽມຢາມຕົວຈິງ ບັນດາ ຮູບແບບ ການລ້ຽງໝູເປັນສິນຄ້າ ເຊື່ອມຕໍ່ກັບ ມາດຕະຖານ VietGap ຂອງ ທ່ານ ຫງວ໋ຽນ ວັນຊິ້ວ ຢູ່ ກຸ່ມບ້ານ ເຕິນລົກ; ຟາມ ລ້ຽງໝູເປັນສິນຄ້າຂອງບໍລິສັດ CP ຫວຽດນາມ ຢູ່ກຸ່ມບ້ານ ຟູ່ລິວ ແລະ ຮູບແບບການລ້ຽງປານິນເພດດຽວ ແລະ ປາໄນຄຳ ຢູ່ ສະຫະກອນ ກຳສິກຳ ແລະ ລ້ຽງສັດນຳ້ ຮ່າລົກ ຢູ່ ກຸ່ມບ້ານ ອິກເຮົ້າ.
![]() |
ຮູບແບບການລ້ຽງໝູ ຕາມມາດຕະຖານ VietGAP
ບົນພື້ນຖານການຮຽນຮູ້, ຮ່ວມມື, ຕ່າງໜ້າທັງສອງຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ທ່າແຮງ, ຄວາມໄດ້ປຽບຂອງທັງສອງ ທ້ອງຖິ່ນ, ເຮັດໃຫ້, ຊ່ວຍໃຫ້ຄະນະພະນັກງານແຂວງ ຈຳປາສັກ ໄດ້ມີຂໍ້ມູນຄົ້ນຄວ້າ ແລະ ນຳໃຊ້. ນີ້ແມ່ນໂອກາດທີ່ເຮັດໃຫ້ທັງສອງທ້ອງຖິ່ນຮັບຮູ້, ຍູ້ແຮງການຮ່ວມມືການຄ້າ, ເປີດກວ້າງຕະຫຼາດໃນອານາຄົດ.
(ຫັດທະບູນ)