06:51 | 27/12/2018

ລາວ-ຫວຽດນາມ ຮ່ວມມືວຽກງານຊາຍແດນ

ລາວ-ຫວຽດນາມ ຮ່ວມມືວຽກງານຊາຍແດນ

ການນໍາແຂວງກວາງຈິ ແລະແຂວງສາລະວັນມອບ-ຮັບແບບແຕ້ມແຜນວາດສະບັບສົມບູນຢູ່ກອງປະຊຸມ. (ພາບ: ສໍານັກຂ່າວສານຫວຽດນາມ)

ທີ່ກອງປະຊຸມ ການນຳແຂວງກວ້າງຈິ ແລະ ສອງແຂວງ ສະຫວັນນະເຂດ-ແຂວງສາລະວັນ ໄດ້ເຊັນລົງນາມ ເປັນເອກກະພາບກັນ ໃນການແບ່ງປັນໜ້າທີ່, ຄຸ້ມຄອງ ແລະ ປົກປັກຮັກສາ ຫຼັກໝາຍຊາຍແດນ ພາຍຫຼັງວຽກງານສຳເລັດລົງ. ແຂວງກວ້າງຈິ ໄດ້ມອບ ແຜນວາດສະບັບສົມບູນ ກ່ຽວກັບບັນດາຫຼັກໝາຍຊາຍແດນ, ຫັຼກໝາຍ, ແນວກັນເຈື່ອນໃຫ້ແກ່ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ.

ປະຕິບັດຕາມແຜນການ ປັບປຸງປົວແປງ ລະບົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ ຂອງ ລັດຖະບານທັງສອງປະເທດອະນຸມັດ ແຕ່ປີ 2008-2016, ແຂວງກວ້າງຈິ ແລະ ສອງແຂວງສະຫວັນນະເຂດ, ສາລະວັນ ໄດ້ຕັ້ງໜ້າ, ຕື່ນຕົວ, ຮ່ວມມືຢ່າງສະໜິດແໜ້ນ, ປະຕິບັດສຳເລັດ ແຜນງານລວມ ກ່ຽວກັບວຽກງານ ປັບປຸງ ລະບົບຫຼັກໝາຍຊາຍແດນ ຫວຽດນາມ-ລາວ ຜ່ານສາມແຂວງ. ອຳນາດການປົກຄອງ ສາມແຂວງ ກວ້າງຈິ, ສະຫວັນນະເຂດ ແລະ ສາລະວັນໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍ ບັນດາໝາກຜົນຂອງວຽກງານປັບປຸງປົວແປງ ຫຼັກໝາຍຊາຍແດນ. ຈາກນັ້ນ, ແຂວງກວ້າງຈິ ຮ່ວມກັບ ສອງແຂວງສະຫວັນນະເຂດ ແລະແຂວງສາລະວັນ ໄດ້ເຮັດສຳເລັດ ການປັບປຸງປົວແປງ ລະບົບຫຼັກໝາຍຊາຍແດນ ຢູ່ 62 ຈຸດ ມີ 35 ຫຼັກໝາຍ; ລະຫວ່າງແຂວງກວ້າງຈິ ແລະ ແຂວງສາລະວັນ ມີ 31 ຈຸດ ປະກອບມີ 33 ຫຼັກໝາຍ; ພ້ອມກັນນັ້ນ ກໍ່ປັກຫຼັກໝາຍສຳຮອງເພີ່ມຕື່ມອີກ ຈຳນວນ 37 ຄູ່ ຢູ່ 24 ຈຸດ, ເພື່ອສ້າງຄວາມຊັດເຈນ ຂອງເສັ້ນຊາຍແດນ ໃນເຂດທີ່ມີພູມສັນຖານສະເພາະ. ພາຍຫຼັງ ສຳເລັດວຽກງານປັບປຸງປົວແປງ ຫຼັກໝາຍຊາຍແດນ, ຕາມແນວຊາຍແດນ ລະຫວ່າງ ແຂວງກວ້າງຈິ ແລະ ສອງແຂວງສະຫວັນນະເຂດ, ແຂວງສາລະວັນ ໄດ້ຍົກພື້ນຫຼັກໝາຍຂື້ນຕື່ມຈຳນວນ 37 ຈຸດ ແລະ ປັກ ຫຼັກໝາຍຊາຍແດນຕື່ມອີກ 38 ຫຼັກ. ພາຍຫຼັງສຳເລັດວຽກງານປັບປຸງດັ່ງກ່າວ ທັງສາມແຂວງ ໄດ້ ເຮັດສຳເລັດດ້ານເອກກະສານ, ນິຕິກຳທາງວິຊາການ, ແຜນທີ່ເສັ້ນຊາຍແດນ.

ກ່າວຄຳເຫັນທີ່ກອງປະຊຸມມອບຮັບ ຮອງປະທານກຳມະການປະຊາຊົນ ແຂວງກວ້າງຈິ ທ່ານ ຮ່າ ສີດົ່ງ ເນັ້ນໜັກວ່າ: ໃນແຜນການປັບປຸງບູລະນະ ຫຼັກຊາຍແດນ ຫວຽດນາມ-ລາວ ແມ່ນ ໂຄງການທີ່ສຳຄັນ ແລະ ມີຄວາມໝາຍພິເສດ ດ້ານ ຄວາມສະຫງົບ, ດ້ານການເມືອງ, ເສດຖະກິດ-ສັງຄົມ ຂອງສອງປະເທດ ຫວຽດນາມ-ລາວ, ຕິດພັນກັບ ສິດເປັນເຈົ້າ ຂອງແຕ່ລະປະເທດ, ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການສະເພາະໜ້າ ແຕ່ຍັງໃນໄລຍະຍາວ. ພາຍຫຼັງພິທີມອບຮັບແຜນວາດ ແລະ ແບ່ງປັນໜ້າທີ່ໃນການຄຸ້ມຄອງ, ປົກປັກຮັກສາ ຫຼັກໝາຍຊາຍແດນ, ບັນດາແຂວງໄດ້ມອບໜ້າທີ່ໃຫ້ແກ່ ກຳລັງຄຸ້ມຄອງຊາຍແດນ, ຕັ້ງໜ້າປະສານສົມທົບ ໃນວຽກງານລາດຕະເວນ, ປົກປັກຮັກສາໃຫ້ປອດໄພ ແລະ ຍັງຄົງສະພາບເດີມ, ເພື່ອແນໃສ່ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື, ພັດທະນາ...

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3107.html

In bài biết