10:23 | 03/11/2018

ຕ້ອນຮັບຄະນະຜູ້ແທນ ລາວ ແລະ ກຳປູເຈຍ ເຂົ້າຮ່ວມ ລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ”

ຕ້ອນຮັບຄະນະຜູ້ແທນ ລາວ ແລະ ກຳປູເຈຍ ເຂົ້າຮ່ວມ ລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ”

ພົນຈັດຕະວາ ຫວຽ໋ນ ວັນນາມ ກ່າວຕ້ອນຮັບ ຄະນະຜູ້ແທນ ລາວ ແລະ ກຳປູເຈຍ ເຂົ້າຮ່ວມກອງປະຊຸມແລກປ່ຽນ ມິດຕະພາບຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ.(ພາບ: ກີມເຍື້ອງ)

ບົນບັນຍາກາດ ແຫ່ງຄວາມເປີດເຜີຍ, ສາມັກຄີ, ມິດຕະພາບ ພົນຈັດຕະວາ ຫງວ໋ຽນ ວັນນາມ ໄດ້ສະແດງຄວາມຍິນຕ້ອນຮັບຜູ້ແທນຂອງສອງປະເທດທີ່ເຂົ້າຮ່ວມ ກອງປະຊຸມແລກປ່ຽນໃນຄັ້ງນີ້ ແລະ ຫວັງເປັນຢ່າງຍິ່ງວ່າ ບັນດຜູ້ແທນຈະປະສົບຄວາມສຳເລັດໃນການຢ້ຽມຢາມຄັ້ງນີ້ ດ້ວຍຄວາມຊົງຈຳອັນຈົບງາມເມື່ອມາຫວຽດນາມ.

ໃນການຕ້ອນຮັບ ທ່ານພົນຈັດຕະວາ ຫງວ໋ຽນ ວັນນາມ ກໍ່ໄດ້ຮຽກຮ້ອງມາຍັງ ບັນດາໜ່ວຍງານ ຮັບຜິດຊອບ ຮັບປະກັນດ້ານການຢູ່, ການກິນ ໃຫ້ແກ່ບັນສະມາຊິກຂອງຄະນະຜູ້ແທນຂອງທັງສອງປະເທດ ຢ່າງສົມກຽດ ແລະ ດ້ວຍຄວາມເອົາໃຈໃສ່.

ຕ້ອນຮັບຄະນະຜູ້ແທນ ລາວ ແລະ ກຳປູເຈຍ ເຂົ້າຮ່ວມ ລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ”

ສະຫາຍ ເຫຼັກ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງໆ ອັດຕະປື ໄດ້ກ່າວຄຳຂອບໃຈມາຍັງ ການນຳ ຂອງກອງບັນຊາການ ທະຫານຊາຍແດນ ຫວຽດນາມ ແລະ ການນຳແຂວງອັດຕະປືທີ່ໃຫ້ການຕ້ອນຮັບອັນເອົາອຸ່ນ ແລະ ໄມຕີຈິດ. (ພາບ: ກີມເຍື້ອງ)

ກ່ອນໜ້ານັ້ນ ຕອນບ່າຍຂອງວັນທີ 2 ພະຈິກ, ພົນຈັດຕະວາ ເລ ຍືດຶກ ຮອງຫົວໜ້າຮັບຜິດຊອບ ການເມືອງທະຫານຊາຍແດນ ໄດ້ເປັນປະທານໃນການຕ້ອນຮັບຄະນະຜູ້ແທນ ກົມ ທະຫານຊາຍແດນ, ກົມໃຫຍ່ປ້ອງກັນຄວາມສະຫງົບ, ກົມໃຫຍ່ ຕຳຫຼວດລາວ ແລະ ການນຳຂອງອຳນາດການປົກຄອງຂອງ ທັງສອງແຂວງ ເຊກອງ ແລະ ອັດຕະປື ຢູ່ທີ່ດ່ານຊາຍແດນສາກົນ ເບີ່ອີ ແຂວງກອນຕຸມ.

ຕ້ອນຮັບຄະນະຜູ້ແທນ ລາວ ແລະ ກຳປູເຈຍ ເຂົ້າຮ່ວມ ລາຍການ “ ແລກປ່ຽນມິດຕະພາບ ຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ”

ພົນຈັດຕະວາ ເລ ຍືດຶກ ຕ້ອນຮັບຄະນະຜູ້ແທນ ກົມໃຫຍ່ປ້ອງກັນຄວາມສະຫງົບ, ກົມໃຫຍ່ຕຳຫຼວດລາວ ຢູ່ ດ່ານສາກົນເບີ່ອີ. (ພາບ: ກີມເຍື້ອງ)

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3105.html

In bài biết