16:11 | 03/11/2018

ຮ່ວມມືກັນປົກປັກຮັກສາຊາຍແດນ ແຫ່ງຊາດ

ຮ່ວມມືກັນປົກປັກຮັກສາຊາຍແດນ ແຫ່ງຊາດ

ການນຳຂອງທັງສາມປະເທດ ຮ່ວມກັນຊີ້ນຳ ໃນການກວດການລາດຕະເວນ.

ພົນຈັດຕະວາ ຫງວ໋ຽນ ວັນນາມ ຮອງຫົວໜ້າກອງບັນຊາການ ຫົວໜ້າເສນາທິການ ທະຫານຊາຍແດນ; ສະຫາຍ ຫງວ໋ຽນ ວັນຮວ່າ ຮອງເລຂາພັກແຂວງ ປະທານ ກຳມະການປະຊາຊົນແຂວງກອນຕຸມ; ພົນເອກ ດຳ ວຸດ ທີ ຮອງກົມໃຫຍ່ກົມປ້ອງກັນຄວາມສະຫງົບ, ກະຊວງພາຍໃນ ກຳປູເຈຍ( ແຕ່ຂວາຫາຊ້າຍ) ເປັນສັກຂີພະຍານໃນການ ຊີ້ນຳການເຄື່ອນໄຫວລາດຕະເວນຮ່ວມກັນ ລະຫວ່າງ ກຳລັງປ້ອງກັນຊາຍແດນ ຂອງ ສາມປະເທດ.

ຮ່ວມມືກັນປົກປັກຮັກສາຊາຍແດນ ແຫ່ງຊາດ

ໜ່ວຍລາດຕະເວນ ຂື້ນເຄົາລົບຫຼັກແດນ.

ຮ່ວມມືກັນປົກປັກຮັກສາຊາຍແດນ ແຫ່ງຊາດ

ຫົວໜ້າກອງລາດຕະເວນ ຂື້ນທຳຄວາມເຄົາລົບຕໍ່ ຫົວໜ້າຊີ້ນຳຂອງ ສາມປະເທດ.

ກອງກຳລັງໃນການລາດຕະເວນຮ່ວມກັນຄັ້ງນີ້ປະກອບມີ: ໜ່ວຍລາດຕະເວນ ຂອງຄ້າຍທະຫານຊາຍແດນ ດ່ານສາກົນເບີ່ອີ ທະຫານຊາຍແດນ ກອນຕຸມ(ສສ ຫວຽດນາມ); ກອງພັນປ້ອງກັນຊາຍແດນ 541 ກອງບັນຊາການທະຫານແຂວງອັດຕະປື (ສປປ ລາວ) ແລະ ສະຖານນີຕຳຫຼວດ ປ້ອງກັນຊາຍແດນ 407 Kontuineo, ປກສ ແຂວງ ຣັດຕະນະຄີຣີ(ກຳປູເຈຍ).

ຮ່ວມມືກັນປົກປັກຮັກສາຊາຍແດນ ແຫ່ງຊາດ

ກຳລັງລາດຕະເວນເລີ່ມຈັດຕັ້ງປະຕິບັດໃນການລາດຕະເວນ.

ຮ່ວມມືກັນປົກປັກຮັກສາຊາຍແດນ ແຫ່ງຊາດ

ການນຳຂອງສາມປະເທດ ຮ່ວມກັນຖ່າຍຮູບເປັນທີລະນຶກ.

ຢູ່ທີ່ຫຼັກແດນສາມແຍກຊາຍແດນ ບັນດາຜູ້ແທນຂອງສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ ໄດ້ເປັນສັກຂີພະຍານໃນການເຄື່ອນໄຫວລາດຕະເວນຮ່ວມກັນຂອງ ກຳລັງປ້ອງກັນຊາຍແດນຂອງສາມຊາດ. ໃນໜ່ວຍລາດຕະເວນຂອງ ຄ້າຍທະຫານຊາຍແດນ ດ່ານສາກົນເບີ່ອີ ແບ່ງເປັນ 2 ໜ່ວຍ: ໜ່ວຍ ທີ 1 ກວດກາລາດຕະເວນຮ່ວມກັບ ກອງພັນປ້ອງກັນຊາຍແດນ 541 ກອງບັນຊາການທະຫານແຂວງ ອັດຕະປື; ໜ່ວຍທີ2 ລາດຕະເວນຮ່ວມກັບໜ່ວຍລາດຕະເວນຮ່ວມກັບສະຖານນີຕຳຫຼວດ 407 Kontuineo, ປກສ ແຂວງ Rattanakiri ໂດຍ ພັນຕີ ເຈີ່ນ ຫງັອກຕຸ່ງ ຫົວໜ້າໜ່ວຍລາດຕະເວນຮ່ວມຮັບຜິດຊອບ. ພາຍຫຼັງເຄົາລົບ ຕ່າງໜ້າຊີ້ນຳຂອງທັງສາມຝ່າຍແລ້ວ, ເຄົາລົບຫຼັກແດນຂອງແຕ່ລະປະເທດ, ທັງສອງໜ່ວຍກວດກາລາດຕະເວນໄດ້ແບ່ງອອກເປັນສອງທິດ ເລີ່ມປະຕິບັດການລາດຕະເວນ ນັບຕັ້ງແຕ່ ຫຼັກແດນ ສາມແຍກຊາຍແດນ ຮອດຫຼັກແດນຕໍ່ໄປ ຕາມແນວຊາຍແດນ.

ຮ່ວມມືກັນປົກປັກຮັກສາຊາຍແດນ ແຫ່ງຊາດ

ຜູ້ແທນຂອງສາມປະເທດຮ່ວມກັນປູກຕົ້ນໄມ້ ເປັນທີ່ລະນຶກ.

ພັນເອກ ຟ້າມ ຫງັອກຟູ໋ ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກອນຕຸມ ໄດ້ມອບຂອງຂວັນທີ່ລະນຶກແກ່ ໜ່ວຍກວດກາລາດຕະເວນ ສະຖານີຕຳຫຼວດ ປ້ອງກັນຊາຍແດນ 407 Kontuineo, ປກສ ແຂວງ Rattanakiri, ປະເທດກຳປູເຈຍ.

ຮ່ວມມືກັນປົກປັກຮັກສາຊາຍແດນ ແຫ່ງຊາດ

ຄະນະຜູ້ແທນທັງສາມຊາດ ຮ່ວມກັນຖ່າຍຮູບເປັນທີ່ລະນຶກຢູ່ ສາມແຍກຊາຍແດນ.

ຄະນະດຽວກັນນັ້ນ ນອກຈາກເປັນສັກຂີພະຍານໃນການກວດກາ ຫຼັກແດນສາມແຍກຊາຍແດນ ການນຳຂອງສາມປະເທດກໍ່ຍັງໄດ້ຮ່ວມກັນປູກຕົ້ນໄມ້ເປັນທີ່ລະນຶກ ຢູ່ສວນມິດຕະພາບ ຫຼັກແດນສາມແຍກຊາຍແດນ ເພື່ອຢືນຢັນເຖິງຄວາມສາມັກຄີ, ມິດຕະພາບ ລະຫວ່າງ ສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-3104.html

In bài biết