ຄຳມ່ວນ-ກວາງບິ່ງ ສືບຕໍ່ຮ່ວມມືຄຸ້ມຄອງ-ຮັກສາຫລັກໝາຍ ຊາຍແດນ
|
ໂອກາດດຽວກັນທັງສອງຝ່າຍ ຍັງໄດ້ຮ່ວມເຊັນບົດບັນທຶກການເພີ່ມທະວີ ບູລະນະການຮ່ວມມືມິດຕະພາບແບບພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ກໍຄື ການພົວພັນຮ່ວມມື ຂອງສອງ ແຂວງຄຳມ່ວນ-ກວາງບິ່ງ ໃນແຕ່ລະຂັ້ນຂອງທ້ອງຖິ່ນ ທີ່ໄດ້ມີການພົວພັນປະສານງານເປັນປະຈຳ ເປັນຕົ້ນ ການພົບປະແລກປ່ຽນບັນດາຂໍ້ມູນ, ຂ່າວສານ ທີ່ພົວພັນເຖິງບັນຫາຊາຍແດນ ໂດຍສະເພາະ ແມ່ນ ການບູລະນະປົວແປງ, ກໍ່ສ້າງຫລັກໝາຍຊາຍແດນແຫ່ງຊາດ ໃນກໍລະນີທີ່ມີການເປ່ເພ, ຖືກທຳລາຍ, ຖືກເຄື່ອນຍ້າຍ ຫລື ສູນຫາຍ ຕາມທີ່ໄດ້ກຳນົດໃນມາດຕາ 7 ສັນຍາວ່າດ້ວຍ ກົດລະບຽບຄຸ້ມ ຄອງ ຊາຍ ແດນ ແລະ ດ່ານຊາຍແດນທາງບົກ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ທີ່ໄດ້ຮ່ວມກັນລົງນາມໃນໄລຍະຜ່ານມາ.
|
|
ພິທີເຊັນບົດບັນທຶກມອບແຜນວາດແຕ້ມຜົນສຳເລັດ ແລະ ແບ່ງຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາຫລັກໝາຍ ຊາຍແດນແຫ່ງຊາດ ລະຫວ່າງ ແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງບິ່ງ ສສ ຫວຽດນາມ.
ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຄຳມ່ວນ ໃນຄັ້ງນີ້, ທ່ານ ເລ ມິງ ເງິນ ພ້ອມຄະນະ ຍັງໄດ້ເຂົ້າພົບປະຢ້ຽມຢາມການນຳ ຂອງແຂວງຄຳມ່ວນ ໂດຍການຕ້ອນຮັບ ຈາກ ທ່ານ ໂອໄດ ສຸດາ ພອນ ເຈົ້າແຂວງຄຳມ່ວນ ແລະ ໄດ້ມອບເງິນຊ່ວຍເຫລືອ ຈຳນວນ 15.000 ໂດລາສະຫາລັດ ເພື່ອປະກອບສ່ວນຊ່ວຍເຫລືອ ແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນທີ່ປະສົບໄພນໍ້າຖ້ວມ ພາຍໃນແຂວງຄຳມ່ວນ ຕື່ມອີກ.
(ແຫຼ່ງຂໍ້ມູນ: ຂປລ)