15:14 | 20/11/2018

ລາວ-ຫວຽດນາມ ແລກປ່ຽນບົດຮຽນ ການເຊື່ອມໂຍງດ້ານການທ່ອງທ່ຽວ

ລາວ-ຫວຽດນາມ ແລກປ່ຽນບົດຮຽນ ການເຊື່ອມໂຍງດ້ານການທ່ອງທ່ຽວ

ບັນຍາກາດໃນການເຂົ້າຮ່ວມພິທີຜູ້ແຂນ ຕາມຮີດຄອງປະເພນີລາວ.

ຈາກ​ນັ້ນ ຄະນະ​ຜູ້​ແທນ ສສ ຫວຽດນາມ ກໍ​ໄດ້ພົບປະການເຊື່ອມໂຍງ ການທ່ອງທ່ຽວລະຫວ່າງ 3 ແຂວງພາກເໜືອຂອງລາວ ຄື: ແຂວງອຸດົມໄຊ, ຫລວງນຳທາ ແລະ ແຂວງບໍ່ແກ້ວ ໂດຍສະເພາະ ແມ່ນບັນດານັກທຸລະກິດທັງພາກລັດ ແລະ ເອກະຊົນທັງ ​ເຊິ່ງສອງຝ່າຍ ​ໄດ້​ປຶກສາ​ຫາລື​ບັນຫາ ການເຊື່ອມໂຍງການທ່ອງທ່ຽວ ຮ່ວມກັນບົນພື້ນຖານສະເໝີພາບ, ມິດຕະພາບ, ຕ່າງຝ່າຍຕ່າງ ມີຜົນປະໂຫຍດຮ່ວມກັນ, ການຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ ແມ່ນດ້ານການພັດທະນາ ການທ່ອງທ່ຽວ ເພື່ອປະກອບສ່ວນຊຸກຍູ້ ພັດທະນາ ເສດຖະກິດ-ສັງຄົມ ຂອງທັງສອງຝ່າຍໃຫ້ຂະຫຍາຍ ຕົວ, ຮ່ວມກັນໂຄສະນາສົ່ງເສີມ ການທ່ອງທ່ຽວຂອງທັງສອງຝ່າຍ ເພື່ອດຶງດູດນັກທ່ອງທ່ຽວ, ແລກປ່ຽນນັກທ່ອງທ່ຽວ ແລະ ດ້ານສິລະປະ-ວັດທະນະທຳ ນຳກັນ, ສ້າງຕະຫລາດຮອງຮັບການທ່ອງທ່ຽວຮ່ວມກັນ, ພາຍໃຕ້ການຊ່ວຍເຫລືອ ຈາກລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ, ເພີ່ມທະວິການຮ່ວມມື ດ້ານໂຄສະນາຂ່າວສານ ທາງອີນເຕີເນັດ ເພື່ອໂຄສະນາຜະລິດຕະພັນ ການທ່ອງທ່ຽວ ແລະ ໂຄສະນາງານວາງສະແດງ ການທ່ອງທ່ຽວທ້ອງຖິ່ນ ຂອງທັງສອງຝ່າຍ ໃນໂອກາດວັນບຸນຕ່າງໆ ​ແລະ ບັນຫາ​ສຳຄັນ​ອື່ນໆ.

​

ລາວ-ຫວຽດນາມ ແລກປ່ຽນບົດຮຽນ ການເຊື່ອມໂຍງດ້ານການທ່ອງທ່ຽວ

ໂອກາດ​ມາ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ​ໃນ​ຄັ້ງນີ້ ຄະນະ​ຜູ້​ແທນ ສສ ຫວຽດນາມ ​ໄດ້​ໄປ​ຢ້ຽມ​ຊົມ​ສະຖານ​ທີ່​ທ່ອງ​ທ່ຽວ ທີ່​ສຳຄັນຈຳນວນ​ໜຶ່ງ​ ຢູ່​ແຂວງ​ອຸດົມ​ໄຊ ຕື່​ມອີກ.

(ແຫຼ່ງ​ຂໍ້​ມູນ​: ແສງອາທິດ/ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-3097.html

In bài biết