08:48 | 20/09/2018

ຊຸກຍູ້ການຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ລາວ

ຊຸກຍູ້ການຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ລາວ

ທ່ານພົນໂທ ເລືອງເກື່ອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ (ຜູ້ຢູ່ກາງ) ທີ່ການພົບປະເຈລະຈາ, ໃນຕອນບ່າຍວັນທີ 18 ກັນຍາ. (ພາບ: nhandan.com.vn)

ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບ, ບົນພື້ນຖານສືບຕໍ່ຜັນຂະຫຍາຍບັນດາເນື້ອໃນໃນອະນຸສັນຍາ ແລະແຜນການຮ່ວມມື, ໃນໄລຍະຈະມາເຖິິງ, ການຮ່ວມມືລະຫວ່າງສອງກົມໃຫຍ່ການເມືອງຈະເອົາໃຈໃສ່ເປັນພິເສດເຖິງການຮັກສາການນໍາພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງສອງພັກສໍາລັບສອງກອງທັບ; ປະກອບສ່ວນປັບປຸງ ແລະຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະກອງທັບສອງປະເທດຢ່າງມີປະສິດທິຜົນກວ່າອີກ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາຢູ່ແຕ່ລະປະເທດ; ເຮັດໃຫ້ທຸກກົນອຸບາຍ, ມ້າງເພທໍາລາຍ, ແບ່ງແຍກສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ລາວ, ລາວ-ຫວຽດນາມ ຖືກປະລາໄຊ...

ຊຸກຍູ້ການຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ລາວ

ບັນຍາກາດທີ່ການພົບປະເຈລະຈາ. (ພາບ: ກວນຖຸຍ)

ເພື່ອປະຕິບັດບັນດາໜ້າທີ່ດັ່ງກ່າວເປັນຢ່າງດີ, ສອງຝ່າຍຄວນເພີ່ມທະວີການຮ່ວມມືໃນຂົງເຂດວຽກງານພັກ, ວຽກງານການເມືອງ; ຍູ້ແຮງການໂຄສະນາ, ການສຶກສາພະນັກງານ, ນັກຮົບກອງທັບສອງປະເທດກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງປະຊາຊົນ ແລະກອງທັບສອງປະເທດເນື່ອງໃນໂອກາດບັນດາເຫດການໃຫຍ່ຂອງສອງປະເທດ, ສອງກອງທັບ; ເພີ່ມທະວີການຮ່ວມມືຍົກສູງຄຸນນະພາບບໍາລຸງສ້າງພະນັກງານຂັ້ນຕ່າງໆລະຫວ່າງກອງທັບສອງປະເທດ; ສືບຕໍ່ຮັກສາການແລກປ່ຽນຄະນະປະຕິບັດງານ, ການພົບປະແລກປ່ຽນນາຍທະຫານໜຸ່ມ...

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3079.html

In bài biết