23:21 | 04/10/2018

ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ແລະສະຖາບັນອະນາໄມກັນພະຍາດ ແລະສົ່ງເສີມສຸຂະພາບກອງທັບປະຊາຊົນລາວ ແລກປ່ຽນບົດຮຽນນຳກັນ

ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ແລະສະຖາບັນອະນາໄມກັນພະຍາດ ແລະສົ່ງເສີມສຸຂະພາບກອງທັບປະຊາຊົນລາວ ແລກປ່ຽນບົດຮຽນນຳກັນ

ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ແລະສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບປະຊາຊົນລາວ ແລກປ່ຽນບົດຮຽນນຳກັນ. ພາບ: ກທລ.

ການພົບປະໃນຄັ້ງນີ້ທັງສອງຝ່າຍໄດ້ພ້ອມກັນສົນທະນາແລກປ່ຽນບົດຮຽນ, ເກັບກຳຂໍ້ມູນດ້ານວຽກງານວິຊາສະເພາະນຳກັນເຊິ່ງທາງສະຖາບັນອະນາໄມກັນພະຍາດ ແລະສົ່ງເສີມສຸຂະພາບກອງທັບປະຊາຊົນລາວ ໄດ້ລາຍງານຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ລະບົບການຈັດຕັ້ງນຳພາ-ບັນຊາ, ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກັນພະຍາດໃນໄລຍະຜ່ານມາ ເຊັ່ນ: ວຽກງານກາຝາກ-ໄຂ້ຍຸງ ແລະແມງໄມ້, ວຽກງານການຕິດຕາມເຝົ້າລະວັງ 17 ພະຍາດ/ອາການ ແລະການເຝົ້າລະວັງພະຍາດໄຂ້ມາເລເລຍ, ຈາກນັ້ນທາງເຈົ້າພາບ ແລະຄະນະຊ່ຽວຊານຍັງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືກ່ຽວກັບແຜນການຮ່ວມມືດ້ານວຽກງານວິຊາສະເພາະນຳກັນໃນຕໍ່ຫນ້າ ແລະຍາວນານຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-3071.html

In bài biết